ດ້ວຍບ້ວງເງິນຊ່ວຍເຫຼືອໃໝ່ສຸດນີ້, ໄດ້ຍົກຍອດຈຳນວນເງິນຊ່ວຍເຫຼືອດ້ານການທະຫານຂອງ ຊູແອັດ ສະຫງວນໃຫ້ແກ່ ຢູແກຼນ ນັບແຕ່ຕົ້ນປີ 2022 ມາຮອດປະຈຸບັນຂຶ້ນປະມານ 5,6 ຕື້ USD.
(ພາບປະກອບ: Getty Images/TTXVN)
ວັນທີ 30 ມັງກອນ, ລັດຖະບານ ຊູແອັດ ໄດ້ໃຫ້ຄຳໝັ້ນສັນຍາຈະຊ່ວຍເຫຼືອດ້ານການທະຫານເພີ່ມເຕີມດ້ວຍຈຳນວນເງິນ 1,2 ຕື້ USD ໃຫ້ແກ່ ຢູແກຼນ. ຕາມທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຊູແອັດ Pal Jonson ແລ້ວ, ນີ້ແມ່ນບ້ວງເງິນຊ່ວຍເຫຼືອຄັ້ງທີ 18 ຂອງປະເທດນີ້ສະຫງວນໃຫ້ແກ່ ຢູແກຼນ ແລະ ແມ່ນບ້ວງເງິນຊ່ວຍເຫຼືອກ້ອນໃຫຍ່ທີ່ສຸດນັບແຕ່ເມື່ອການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ເກີດຂຶ້ນໃນຕົ້ນປີ 2022. ທ່ານເວົ້າແຈ້ງວ່າ, ບ້ວງເງິນດັ່ງກ່າວກໍ່ເປັນການສົ່ງສັນຍານຊີ້ໃຫ້ເຫັນວ່າ ປະເທດນີ້ພ້ອມແລ້ວຈະໜູນຊ່ວຍອຳນາດການປົກຄອງ ກີແອັບ ໃນໄລຍະຍາວ.
ດ້ວຍບ້ວງເງິນຊ່ວຍເຫຼືອໃໝ່ສຸດນີ້, ໄດ້ຍົກຍອດຈຳນວນເງິນຊ່ວຍເຫຼືອດ້ານການທະຫານຂອງ ຊູແອັດ ສະຫງວນໃຫ້ແກ່ ຢູແກຼນ ນັບແຕ່ຕົ້ນປີ 2022 ມາຮອດປະຈຸບັນຂຶ້ນປະມານ 5,6 ຕື້ USD.