ອາຫານການກິນ

ຊຸບດອກບານ - ລົດຊາດແຫ່ງພູຜາປ່າດົງ ດ້ຽນບຽນ

ຜ່ານຫຼາຍເຊັ່ນຄົນ, ເຍື່ອງອາຫານ “ຊຸບດອກບານ” ຍັງຄົງ ໄດ້ ຮັບການຮັກສາໄວ້ ໂດຍພີ່ນ້ອງຊາວເຜົ່າ ໄທ ຢູ່ແຂວງ ດ້ຽນບຽນ ຄືກັບເປັນສ່ວນໜຶ່ງ ທີ່ຂາດບໍ່ໄດ້ ໃນຊີວິດ ປະຈຳວັນ. ໃນປັດຈຸ ບັນ, ເຍື່ອງອາຫານທີ່ລຽບງ່າຍນີ້ ບໍ່ພຽງແຕ່ປະກົດ ຢູ່ໃນພາ ເຂົ້າ ຂອງ ຄອບຄົວເທົ່ານັ້ນ, ແຕ່ຍັງຢູ່ໃນ ເມນູ ຂອງ ຮ້ານ ອາຫານ ຫຼາຍແຫ່ງ, ກາຍເປັນ ອາຫານພິເສດ ທີ່ເປັນຕົວແທນໃຫ້ແກ່ ອາ ຫານ ເຂດຕາເວັນຕົກສ່ຽງເໜືອ, ດຶງດູດນັກທ່ອງທ່ຽວ ທັງ ໃກ້ ແລະ ໄກ.

ຜ່ານຫຼາຍເຊັ່ນຄົນ, ເຍື່ອງອາຫານ “ຊຸບດອກບານ” ຍັງຄົງ ໄດ້ ຮັບການຮັກສາໄວ້ ໂດຍພີ່ນ້ອງຊາວເຜົ່າ ໄທ ຢູ່ແຂວງ ດ້ຽນບຽນ ຄືກັບເປັນສ່ວນໜຶ່ງ ທີ່ຂາດບໍ່ໄດ້ ໃນຊີວິດ ປະຈຳວັນ. ໃນປັດຈຸ ບັນ, ເຍື່ອງອາຫານທີ່ລຽບງ່າຍນີ້ ບໍ່ພຽງແຕ່ປະກົດ ຢູ່ໃນພາ ເຂົ້າ ຂອງ ຄອບຄົວເທົ່ານັ້ນ, ແຕ່ຍັງຢູ່ໃນ ເມນູ ຂອງ ຮ້ານ ອາຫານ ຫຼາຍແຫ່ງ, ກາຍເປັນ ອາຫານພິເສດ ທີ່ເປັນຕົວແທນໃຫ້ແກ່ ອາ ຫານ ເຂດຕາເວັນຕົກສ່ຽງເໜືອ, ດຶງດູດນັກທ່ອງທ່ຽວ ທັງ ໃກ້ ແລະ ໄກ.

ດອກບານ ບໍ່ພຽງແຕ່ມີໄວ້ເພື່ອຊົມຄວາມງາມເທົ່ານັ້ນ, ແຕ່ຍັງສ້າງ ຄວາມຮັກ ແລະ ຄວາມຄິດຮອດ ຜ່ານລົດຊາດ ທີ່ ຫວານມັນ ໃນ ການເຮັດຊຸບ ທີ່ມີສີສັນສົດໃສ.

ດອກບານ ໄດ້ເປັນສັນຍະລັກສະເພາະ ຂອງ ພູຜາປ່າດົງ ດ້ຽນ ບຽນ ມາແຕ່ດົນນານ, ຕິດພັນຢ່າງເລິກເຊິ່ງ ກັບຊີວິດ ການເປັນ ຢູ່ທາງດ້ານວັດທະນະທຳ ແລະ ຈິດວິນຍານ ຂອງ ຜູ້ຄົນ ຢູ່ທີ່ນີ້. ທຸກໆ ຄັ້ງທີ່ດອກບານ ເບັ່ງບານ, ຢູ່ຕາມໝູ່ບ້ານຕ່າງໆ ຈະມີບັນ ຍາກາດທ່ີຄຶກຄື້ນ ໄປດ້ວຍຜູ້ຄົນ ຖື ກະບຸງ/ກະຕ່າ ໄປເກັບດອກ ບານ, ເພື່ອມາປຸງແຕ່ງອາຫານ, ທັງເພື່ອໄປວາງ ຂາຍຢູ່ຕະຫຼາດ ເພື່ອເປັນ ລາຍຮັບ ເລັກໆ ນ້ອຍໆ.

ເມື່ອດອກບານເບັ່ງບານສີຂາວສະພັ່ງ ໄປທົ່ວ ດ້ຽນບຽນ ກໍ່ແມ່ນ ຊ່ວງເວລາທີ່ຊຸບ ທີ່ເປັນເອກະລັກ ສົມທົບກັບ ໜໍ່ໄມ້ປ່າ ໄດ້ຮັບຄວາມນິຍົມທີ່ສຸດ. 

ທ່ານນາງ ກວ່າງທິຮິງ, ຊາວເຜົ່າໄທ ທີ່ອາໄສຢູ່ ບ້ານ ແຕນ ບີ (Ten B), ຕາແສງ ເມື່ອງແທັງ (ແຂວງ ດ້ຽນບຽນ) ໃຫ້ຮູ້ວ່າ ດອກ ບານ ຫຼັງຈາກເກັບມາແລ້ວ ຈະຖືກບັນຈຸເປັນຖົງນ້ອຍໆ ເພື່ອ ວາງຂາຍ. ຈາກດອກໄມ້ ທີ່ລຽບງ່າຍນັ້ນ, ປະຊາຊົນ ສາມາດ ປຸງແຕ່ງເປັນອາຫານ ທີ່ໜ້າ ຮັບປະທານໄດ້ ຫຼາຍຢ່າງ, ໃນນັ້ນ ຊຸບ ດອກບານ ແມ່ນໄດ້ຮັບຄວາມນິຍົມ ທີ່ສຸດຍ້ອນ ລົດຊາດທີ່ ສົດຊື່ນ, ເຂັ້ມຂຸ້ນ ແລະ ວິທີການປຸງແຕ່ງ ທີ່ງ່າຍ, ໄວ.  

ເພື່ອປຸງແຕ່ງເຍື່ອງ ຊຸບດອກບານ ໃຫ້ໄດ້ລົດຊາດມາດຕະຖານ, ວັດຖຸດິບຕ່າງໆ ຕ້ອງມີການປະສົມປະສານກັນ ຢ່າງກົມກຽວ ລະຫວ່າງ ດອກບານ, ໜໍ່ໄມ້ຂົມ, ໃບຝາດ, ຖົ່ວດິນ, ກະທຽມ, ໝາກ ເຜັດ ແລະ ຂ່າ. ດອກບານ ຈະຖືກຄັດເອົາແຕ່ກີບ ແລະ ເກສອນ, ລ້າງໃຫ້ສະອາດ, ລວກນ້ຳຮ້ອນ ແລ້ວປະໃຫ້ ສະເດັດ ນ້ຳ. ໜໍ່ ໄມ້, ສ່ວນຫຼາຍແມ່ນໜໍ່ໄມ້ໄລ່ ຫຼື ໜໍ່ຂົມ, ຈະຖືກຕົ້ມ ໃຫ້ ສຸກ ແລະ ຊອຍເປັນຕ່ອນນ້ອຍ, ເຮັດໃຫ້ມີ ລົດຊາດມັນ ແລະ ຂົມ ເລັກນ້ອຍ ທີ່ເປັນເອກະລັກ.

ບັນດາວັດຖຸດິບ ທີ່ສ້າງເປັນລາຍການອາຫານ ຊຸບດອກບານ ແມ່ນ ບັນດາປະເພດຜັກສົດ, ໜໍ່ໄມ້... ເຊິ່ງແມ່ນອາຫານພິເສດ ຂອງເຂດ ດິນແດນ ດ້ຽນບຽນ.
 

ຂັ້ນຕອນ ທີ່ສຳຄັນທີ່ສຸດ ແມ່ນວິທີການຍຳ. ວັດຖຸດິບຕ່າງໆ ຈະ ຖືກປະສົມໃຫ້ເຂົ້າກັນ ດ້ວຍເຄື່ອງປຸງທີ່ປະກອບມີ ກະທຽມ, ໝາກນາວ, ໝາກເຜັດ, ຜັກຫອມເປ, ໝາກແຄ່ນ ແລະ ຂ່າ ຕຳ ໃຫ້ລະອຽດ. ຫຼັງຈາກປະໄວ້ປະມານ 20 ນາທີ ເພື່ອໃຫ້ເຄື່ອງ ປຸງຊຶມເຂົ້າກັນ, ເຍື່ອງອາຫານ ກໍ່ພ້ອມຈະເສີບ, ສົ່ງກິ່ນຫອມ ທີ່ ເປັນເອກະລັກ ຂອງ ພູຜາປ່າດົງ.

ນາງ ກວ່າງທິຮົ່ງ ໃຫ້ຮູ້ວ່າ ເຖິງວ່າວິທີການປຸງແຕ່ງຈະບໍ່ຍາກ, ແຕ່ຜູ້ເຮັດ ກໍ່ຍັງຕ້ອງມີຄວາມຄ່ອງແຄ້ວ ແລະ ລະອຽດອ່ອນ ໃນ ການປຸງເຄື່ອງໃຫ້ເຂົ້າກັນ. ຖ້າພຽງແຕ່ຕົ້ມດອກບານແລ້ວ ປະ ສົມ ກັບເກືອ, ແປ້ງນົວ ແລະ ໝາກເຜັດ, ເຍື່ອງອາຫານ ຈະຂາດ ລົດຊາດ ທີ່ເລິກເຊິ່ງ, ບໍ່ສາມາດສະແດງໃຫ້ເຫັນເຖິງ ຈິດວິນ ຍານ ຂອງ ອາຫານເຂດຕາເວັນຕົກສ່ຽງເໜືອ ໄດ້.

 
ເຍື່ອງອາຫານ ຊຸບດອກບານ ສະແດງໃຫ້ເຫັນເຖິງ ຄວາມລະ ອຽດ ອ່ອນ ແລະ ຄວາມຄ່ອງແຄ້ວ ຂອງຍິງສາວຊາວເຜົ່າ ໄທ ຢູ່ເຂດດິນ ແດນ ດ້ຽນບຽນ.

ຄວາມກົມກຽວ ຂອງ ລົດຊາດມັນ, ຂົມເລັກນ້ອຍ, ເຜັດ ແລະ ກິ່ນຫອມສະເພາະ ໄດ້ສ້າງສະເໜ່ ທີ່ເປັນເອກະລັກໃຫ້ແກ່ ຊຸບ ດອກບານ - ເຍື່ອງອາຫານທີ່ເຕັມໄປດ້ວຍຮ່ອງຮອຍ ຂອງ ພູ ຜາປ່າດົງ ດ້ຽນບຽນ, ສ້າງຄວາມປະທັບໃຈ ທີ່ຍາກຈະລືມ ໃຫ້ ແກ່ຜູ້ຮັບປະທານ.

 

ທີ່ຢູ່ຮ້ານອາຫານ: ບ້ານ ແຕນບີ (Ten B), ຕາແສງ ເມື່ອງແທັງ, ແຂວງ ດ້ຽນບຽນ.

ສາຍດ່ວນ: +84 392.300.354

 

ບົດ: ເງິນຮ່າ - ພາບ: ເຕິດເຊີນ, ແທັງຢາງ/VNP - ແປໂດຍ: ບິກລຽນ


top