ແຟຊັ່ນ

ຊຸດອາພອນ ລະດູໃບໄມ້ຫຼົ່ນ ແລະ ລະດູໜາວ

ໃນງານສັບປະດາແຟຊັ່ນລະດູໃບໄມ້ຫຼົ່ນ-ລະດູໜາວ 2011 ທີ່ໂຮງແຮມດາຍວູ-ຮ່າໂນ້ຍ ໄດ້ສ້າງຄວາມ ສົນໃຈເປັນພິເສດໃນວົງການແຟຊັ່ນນິຍົມພາຍໃນ ຊຶ່ງສ່ອງແສງໃຫ້ເຫັນໃນຫຼາຍແງ່ຫຼາຍມຸມທາງດ້ານ ລັກສະນະ, ແນວໂນ້ມຂອງຊຸດອາພອນລະດູໃບໄມ້ຫຼົ່ນ-ລະດູໜາວ ປະຈຳປີນີ້.
 
ຊຸດສະສົມອາພອນຂອງນັກອອກແບບອິດສະຫຼະ ກໍຄືບໍລິສັດຫ້າງຮ້ານແຟຊັ່ນໃນປີນີ້ ລ້ວນແຕ່ສ່ອງແສງໃຫ້ເຫັນລັກສະນະການປະດິດສ້າງໃໝ່ໆ ທີ່ເຕັມໄປດ້ວຍຄວາມງາມ, ສ້າງຄວາມເຊື່ອໝັ້ນໃນແຕ່ລະບຸກຄະລາກອນ ຂອງ 27 ນັກອອກແບບອາພອນສະໄໝນິຍົມລະດູໃບໄມ້ຫຼົ່ນ ແລະ ລະດູໜາວ ລວມມີ 900 ກວ່າຊຸດທີ່ອຸດົມສົມບູນໄປດ້ວຍວັດຖຸປະກອບຈາກຜ້າສັກກະຫຼາດ, ຢີນສ໌, ແລນ, ກາກີ, ກຳມະຍີ່, ຜ້າຝ້າຍໜາ ແລະ ອື່ນໆອັນຫຼາກຫຼາຍສີສັນ ນັບແຕ່ເຂັ້ມໄປຈົນຮອດສີສົດໃສ, ສະຫຼັບສັບຊ້ອນກັບລາຍດອກ, ກັບການປະດັບເມັດແກ້ວ, ຫີນແກ້ວຕ່າງໆ... ຊຶ່ງເຮັດໃຫ້ຊຸດອາພອນມີລັກສະນະປະຍຸກສູງ ແລະ ສ້າງຄວາມໝັ້ນໃຈໃນຄວາມງາມຂອງຜູ້ຊົມໃຊ້ໃນເວລາຍ່າງເລາະຫຼິ້ນຕະຫຼາດ, ໃນງານ ລ້ຽງສັງສັນ ຫຼື ໃນຫ້ອງການສຳນັກງານ…
 
ຮູບພາບຈຳນວນໜຶ່ງ ກ່ຽວກັບຊຸດອາພອນ ລະດູໃບໄມ້ຫຼົ່ນ ແລະ ລະດູໜາວ
 










 
 ບັນດານັກອອກແບບໜຸ່ມຜູ້ທີ່ມີຊື່ສຽງໃນງານສັບປະດາແຟຊັ່ນລະດູໃບໄມ້ຫຼົ່ນ-ລະດູໜາວ ປະຈຳປີ 2011
 
ງານສັບປະດາແຟຊັ່ນລະດູໃບໄມ້ຫຼົ່ນ-ລະດູໜາວປີນີ້, ຄັ້ງທຳອິດປະກົດຜົນງານຂອງບັນດານັກອອກແບບໜຸ່ມທີ່ມີຊື່ສຽງ ເຊັ່ນ: ເຖ໋ເຊິນ, ຊວນ ຖຸຍ, ແມ້ງຮ່າວ, ທູງານ, ຢ໊ວານທິງາ ສັງກັດຈຸ VietNam Designer Fashion Galery (VNDFG) ທີ່ຮ່າໂນ້ຍ ແລະ ກວາງ ເຍີດ, ຢາເຕ້ວ, ກົງຮວນ ແລະ ມິງເຈົາ ສັງກັດຈຸ F8 ທີ່ນະຄອນໂຮ່ຈີມິນ. ດ້ວຍການປະດິດສ້າງທີ່ເປັນເອກະລັກສະເພາະ, ຊຸດອາພອນຂອງ ທັງສອງຈຸດັ່ງກ່າວ ໄດ້ໃຫ້ເຫັນລະດັບສີສັນ ແລະ ຄວາມຮູ້ສຶກໃນລະດູໃບໄມ້ຫຼົ່ນ-ລະດູໜາວ ກໍຄືຄວາມຮູ້ສຶກໃນການດຳລົງຊີວິດສຸດທີ່ຟົດຟື້ນ ຊຶ່ງມີຄວາມແຕກຕ່າງກັນລະຫວ່າງຮຸ່ນໄວໜຸ່ມແຖບພາກເໜືອ ແລະ ພາກໃຕ້ຫວຽດນາມ.
ນອກຈາກນັ້ນ, ຊຸດສະສົມ “ແຟຊັ່ນຂຽວ” ໄດ້ຊີ້ແຈງຖະແຫຼງໄຂຕໍ່ການເປັນມິດກັບສິ່ງແວດລ້ອມ ຂອງບໍລິສັດ COMO ຫວຽດນາມເປັນຜູ້ອອກ ແບບ ໂດຍນຳໃຊ້ທາດວັດຖຸ ramine ຊຶ່ງມີຕົ້ນກຳເນີດຈາກ cellulose ຊຶ່ງເປັນທາດທີ່ມີຄວາມຊຶມຊັບໄດ້ດີ ແລະ ງ່າຍຕໍ່ການເປື່ອຍລະ ລາຍ, ສາມາດຕ້ານເຊື້ອໂລກ ແລະ ປາສະຈາກກິ່ນໃນສະພາບແວດລ້ອມປຽກຊຸ່ມ. ທາດ Ramine ໄດ້ຖືກນຳໃຊ້ເຂົ້າໃນປະດິດສ້າງຊຸດອາ ພອນຊັ້ນສູງ. ພິເສດແມ່ນການເຂົ້າຮ່ວມຂອງນັກອອກແບບທີ່ມີຊື່ສຽງ ເຊັ່ນ: ມິງແຮ້ງ, ຫວູຫວຽດຮ່າ, ຫວຽດລຽນ ແລະ ນັກອອກແບບໜຸ່ມຈຳ ນວນໜຶ່ງ ໄດ້ເຮັດໃຫ້ງານສັບປະດາແຟຊັ່ນມີຄວາມຟົດຟື້ນ ແລະ ຊີວິດຊີວາຂຶ້ນຕື່ມ. ງານສັບປະດາແຟຊັ່ນລະດູໃບໄມ້ຫຼົ່ນ-ລະດູໜາວ ແມ່ນ ການເຄື່ອນໄຫວແຟຊັ່ນ ປະຈຳປີ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກຂະແໜງການແຟຊັ່ນຫວຽດນາມ. ລາຍການສະແດງດັ່ງກ່າວ ໄດ້ສ່ອງ ແສງໃຫ້ເຫັນແຈ້ງສ່ວນໃດສ່ວນໜຶ່ງຂອງແນວໂນ້ມກະແສເຊື່ອມໂຍງກັບແຟຊັ່ນຂອງໂລກ. ດ້ວຍເຫດນັ້ນ, ການສ້າງເຄື່ອງໝາຍການຄ້າ, ເປີດ ກວ້າງຕະຫຼາດພາຍໃນ ຕະຫຼອດຮອດການສົ່ງອອກສູ່ຕະຫຼາດຕ່າງປະເທດຢ່າງກວ້າງຂວາງ ເພື່ອປະຊາສຳພັນຮູບແບບແຟຊັ່ນຫວຽດນາມ ຢູ່ ຕະຫຼາດບັນດາປະເທດທີ່ຊົມຊອບຊຸດອາພອນສະໄໝນິຍົມ ຄື: ອາຊີ, ອາຟຣິກກາ… ແມ່ນທາງສາຍໄໝຂອງຫວຽດນາມໃນອະນາຄົດ ອັນ ໃກ້ນີ້.
ບົດ: ວີຖາວ - ພາບ:ເຕິດເຊີນ

top