ຄົ້ນພົບ

ຊຸດສະສົມລະຄັງ ໜຶ່ງບໍ່ມີສອງ

ພາຍຫຼັງການສະສົມ ກະດິ່ງ ມາເປັນເວລາ ກວ່າ 10 ປີ, ປັດຈຸບັນ,  ທ່ານ ບຸ່ຍດຶກເຕີ່ມ (ນະຄອນ ໂຮ່ຈີມິນ) ມີຊຸດສະສົມກະດິ່ງ ກວ່າ 200 ຊະນິດມີແຫຼ່ງກຳເນີດຈາກຫຼາຍປະເທດໃນໂລກ. ສຳລັບ ທ່ານ ບຸ່ຍດຶກເຕີ່ມ, ຄວາມຮັກເມົາມົວກັບກະດິ່ງ ບໍ່ພຽງແຕ່ ເພື່ອໄດ້ຟັງສຽງ ກະດິ່ງ ເທົ່ານັ້ນ, ຫາກຍັງແມ່ນເພື່ອອະນຸລັກຮັກສາຄຸນຄ່າ ການເວລາຂອງມັນອີກດ້ວຍ.  
ເນື່ອງໃນໂອກາດໄປປະຕິບັດງານ, ທ່ານ ເຕີ່ມ ແວ່ເຂົ້າເບິ່ງຮ້ານຂາຍເຄື່ອງບູຮານແຫ່ງໜຶ່ງ, ເຈົ້າຂອງຮ້ານໄດ້ແນະນຳ ກະດິ່ງໜ່ວຍໜຶ່ງ ທີ່ມີອາຍຸເກົ່າແກ່ ແລະ ທ່ານ ເຕີ່ມ ບໍ່ປ່ອຍໂອກາດ ໃຫ້ຫຼຸດມືໃນ ການເປັນເຈົ້າຂອງ. ຕັ້ງແຕ່ນັ້ນມາ, ຄວາມມັກໃນການສະສົມ ກະດິ່ງ ໄດ້ເກີດຂຶ້ນໃນຕົວເພິ່ນ, ເວລາໄປໃສ, ເມື່ອເຫັນລະຄັງເກົ່າແກ່ ເພິ່ນກໍ່ຊື້ມາ. ເມື່ອເຫັນເພິ່ນມີ ຄວາມມັກສະສົມກະດິ່ງ, ໝູ່ເພື່ອນ ຂອງເພິ່ນກໍ່ຊອກຊື້ ລະຄັງມາຕ້ອນເພິ່ນ.  ພາຍຫຼັງການສະສົມກະດິ່ງ ມາເປັນເວລາກວ່າ 10 ປີ, ປັດຈຸບັນ ເພິ່ນໄດ້ສະສົມກະດິ່ງ ກວ່າ 200 ຊະນິດ ທີ່ມີແຫຼ່ງກຳເນີດຈາກຫຼາຍປະເທດໃນໂລກຄື: ຫວຽດນາມ, ຝຣັ່ງ, ແອສະປາຍ , ອິນເດຍ, ຍີ່ປຸ່ນ ແລະ ອື່ນໆ.

ຕົວຢ່າງຄື ກະດິ່ງ ເພິ່ນຊື້ ມາແຕ່ ຍາຈາງ ມີຕົ້ນກຳເນີດຈາກ ວັດທະນະທຳ ຈຳປາ ຫຼື ກະດິ່ງນ້ອຍໜ່ວຍໜຶ່ງ ເພິ່ນຊື້ມາແຕ່ ເຫວ້. ພິເສດ, ເພິ່ນສຸດທີ່ມັກກະດິ່ງໜ່ວຍໜຶ່ງຂອງທະຫານ ອາເມລິກາ ຄົນໜຶ່ງ ທ່ີ ເຄີຍເຂົ້າຮ່ວມໃນສົງຄາມ ຫວຽດນາມ ເມື່ອປີ 1972 ໄດ້ ເພິ່ນຊອກ ເຫັນໃນໂອກາດໄປຢ້ຽມຢາມຕະຫຼາດຂາຍເຄື່ອງບູຮານ ໄຊງ່ອນ. 

ດ້ວຍຄວາມມັກໃນການສະສົມກະດິິ່ງ, ປັດຈຸບັນ ທ່ານ ບຸ່ຍດຶກເຕີ່ມ ໄດ້ສະສົມກະດິ່ງ ກວ່າ 200 ຊະນິດ ທີ່ມີຕົ້ນກຳເນີດຈາກຫຼາຍ ປະເທດໃນໂລກ.


ຈາກກະດິ່ງ ທີ່ມີນໍ້າໜັກ ແລະ ໃຫຍ່ສຸດ...


... ໄປຈົນເຖິງກະດິ່ງ ທີ່ມີຂະໜາດນ້ອຍສຸດ.


ກະດິ່ງ ໜ່ວຍໜຶ່ງທີ່ມີຕົ້ນກຳເນີດ ໃນສະໄໝ ຝຣັ່ງ.​


ສຳລັບທ່ານ ເຕີ່ມ, ການສະສົມກະດິ່ງ ທັງແມ່ນຄວາມມັກ, ທັງເປັນ ວັດທະນະທຳ ທີ່ເພິ່ມມັກຮັກຊອກຮູ້.


ພາຍຫຼັງການສະສົມກະດິ່ງ ມາເປັນເວລາກວ່າ 10 ປີ, ປັດຈຸບັນ ເພິ່ນ ໄດ້ສະສົມກະດິ່ງ ຫຼາຍຊະນິດ ທີ່ມີແຫຼ່ງກຳເນີດຈາກ ຫຼາຍປະເທດໃນໂລກຄື: ຫວຽດນາມ, ຝຣັ່ງ, ແອສະປາຍ, ອິນເດຍ, ຍີ່ປຸ່ນ ແລະ ອື່ນໆ.
ພິເສດ, ໃນຈຳນວນກະດິ່ງ ກວ່າ 200 ໜ່ວຍຂອງເພິ່ນ, ຈຳນວນກະດິ່ງ ທີ່ເພິ່ນຊື້ມາແຕ່ ເອີຣົບ ກວມຈຳນວນຫຼາຍກວ່າໝູ່. ເພາະແຕ່ລະເທື່ອມີໂອກາດໄດ້ໄປທ່ຽວ ເອີຣົບ, ເພິ່ນມັກໄປຮ້ານຂາຍເຄ່ືອງບູຮານ ແລະ ເຄື່ອງທີ່ລະນຶກ ເພື່ອຊອກຊື້ ກະດິ່ງ ທີ່ໄດ້ນຳໃຊ້ ໃນຮ້ານ ອາຫານ, ກະດິ່ງ ທີ່ແຂວນ ເທິງປະຕູ ຫຼື ກະດິ່ງ ທີ່ແຂວນໃສ່ຄໍ ຂອງ ໂຕງົວ ແລະ ໂຕແກະ ຕາມທົ່ງນາ.

ຮູບພາບຈຳນວນໜຶ່ງໃນຊຸດສະສົມກະດິ່ງກວ່າ 200 ຊະນິດ ຂອງທ່ານ ບຸ່ຍດຶກເຕີ່ມ:






























 
ບົດ: ເງິນຮ່າ-ພາບ: ຫງວຽນລວນ

top