ແຟຊັ່ນ

ຊຸດສະສົມ ແຟຊັ່ນ ທີ່ໄດ້ຮັບແຮງບັນດານໃຈຈາກ ຊາປາ

ດ້ວຍ​ຄວາມ​ຫຼົງໄຫຼກັບ​ ແຟຊັ່ນ​ ແຕ່ຍັງນ້ອຍ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ ຢາກ​ສ້າງ​ບັນດາ​ຜະລິດ​ຕະພັນ​ອອກ​ແບບ​ ທີ່​ມີ​ລັກສະນະ ​ວັດທະນະທຳ ​ຂອງ​ຊາດ, ນັກ​ອອກ​ແບບ​ໜຸ່ມ ຟ້າມທິເຫວ້ແອງ ​ໄດ້​ນຳສະເໜີ ​ຊຸດ​ສະ​ສົມ 24 ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ ຊາປາ (ແຂວງ ລາວ​ກາຍ).

ດ້ວຍ​ຄວາມ​ຫຼົງໄຫຼກັບ​ ແຟຊັ່ນ​ ແຕ່ຍັງນ້ອຍ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ ຢາກ​ສ້າງ​ບັນດາ​ຜະລິດ​ຕະພັນ​ອອກ​ແບບ​ ທີ່​ມີ​ລັກສະນະ ​ວັດທະນະທຳ ​ຂອງ​ຊາດ, ນັກ​ອອກ​ແບບ​ໜຸ່ມ ຟ້າມທິເຫວ້ແອງ ​ໄດ້​ນຳສະເໜີ ​ຊຸດ​ສະ​ສົມ 24 ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ ຊາປາ (ແຂວງ ລາວ​ກາຍ).

ນັກອອກແບບ ຟ້າມທິເຫວ້ແອງ, ຜູ້ອອກແບບ ຊຸດສະສົມ 24.

ເກີດ ​ແລະ ​ໃຫຍ່​ຢູ່​ ລາວ​ກາຍ, ນາງ ຟ້າ​ມທິ​ເຫວ້ແອງ ມີ​ຄວາມ​ຫຼົງ ໄຫຼ​ກັບ ​ແຟຊັ່ນ ​ແຕ່​ຍັງ​ນ້ອຍ ຍ້ອນ​ພໍ່​ແມ່​ ເຮັດ​ວຽກ​ເປັນ​ຊ່າງ​ຕັດ ຫຍິບ. ຫຼັງ​ຈາກ​ຮຽນ​ຈົບ​ ມັດທະຍົມ​ປາຍ, ​ເຫວ້ແອງ​ ໄດ້​ຮຽນ​ການ​ແຕ້ມ​ຮູບ ແລະ ເສັງເຂົ້າ​ສະ​ຖາ​ບັນ​ການ​ອອກ​ແບບ​ແຟ​ຊັ່ນ​ ລອນ​ດອນ, ຮ່າ​ໂນ້ຍ.

ເຫວ້​ແອງ ​ແບ່ງປັນ​ວ່າ: “ຂ້າພະ​ເຈົ້າ​ຢາກສ້າງຊຸດສະສົມ​ນີ້​ ຕັ້ງ​ແຕ່​ຫາກໍ່ເຂົ້າ​ໂຮງຮຽນ, ດັ່ງ​ນັ້ນ ​ຂ້າພະ​ເຈົ້າ ​ໄດ້​ຄົ້ນ​ຄວ້າ​ເພື່ອ​ສາມາດ​ສ້າງ​ຊຸດ​ສະ​ສົມ​ ດ້ວຍ​ລວດລາຍ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ພູມ​ສັນ ຖານ ​ແລະ ຊາວ​ເຜົ່າ ​ມົ້ງ ​ຢູ່ ຊາ​ປາ”.

ນັກອອກແບບ ເຫວ້ແອງ ໃຊ້ເວລາ 3 ເດືອນ ອອກແບບ ຊຸດສະສົມ 24 ແລະ 3 ເດືອນ ເພື່ອພັດທະນາ ແນວຄວາມຄິດ ເຂົ້າໃນການແຕ້ມຮູບ ແລະ ຄັດເລືອກເອົາຕົວແບບທີ່ດີທີສຸດ ມາຕັດຫຍິບເປັນຊຸດ ແຟຊັ່ນ ທີ່ສົມບູນ ໂດຍໄດ້ຮັບການ ຊ່ວຍເຫຼືອຈາກບັນດາອາຈານຢູ່ ສະ​ຖາ​ບັນ​ການ​ອອກ​ແບບ​ແຟ​ຊັ່ນ​ ລອນ​ດອນ, ຮ່າ​ໂນ້ຍ.

 


ເພື່ອ​ຊອກ​ໃຫ້ໄດ້ ວັດຖຸດິບ ​ທີ່​ເໝາະ​ສົມ​ກັບ​ຕົວ​ຢ່າງ​ໃນ​ຊຸດ​ສະ​ສົມ, ນາງ ​ເຫວ້ແອງ ຕ້ອງ​ໄປ​ຕະຫຼາດ ຫຼື ​ເຂົ້າເຖິງ​ຄອບຄົວ​ຂອງ​ຊາວ​ເຜົ່າ ​ມົ້ງດຳ ​ແລະ ເຮີ​ມົ້ງ  ​ເພື່ອ​ຊອກຊື້​ຊຸດ​ໂສ້ງເສື້ອ​ເກົ່າ​. ຫຼັງຈາກຊື້ ໄດ້ແພພື້ນເມືອງທີ່ໜ້າພໍໃຈ ແລ້ວ, ຕ້ອງໃຊ້ເວລາ ເພື່ອຊອກເຫັນຜ້າຊະນິດທີ່ແຂງ ແລະ ທົນທານ ເພື່ອປະສານເຂົ້າກັບແພພື້ນ ເມືອງ ເຮັດໃຫ້ຖືກກັບຄວາມຄິດ ຂອງ ການອອກແບບ.

ຊຸດສະສົມ 24, ລວມມີ 7 ແບບທີ່ເປັນເອກະລັກ ສະເພາະ ຂອງ ເຫວ້ແອງ, ສະແດງໃຫ້ເຫັນທິວທັດທຳມະຊາດ ທີ່ສວຍງາມ, ທົ່ງນາ ຂັ້ນໄດ, ສະຖາປັດຕະຍະກຳ ເຮືອນພື້ນເມືອງ ຂອງ ບັນດາ ຊາວເຜົ່າ ສ່ວນໜ້ອຍ. ສີທີ່ໃຊ້ແມ່ນ ສີຟ້າ ທີ່ເປັນຕົວແທນຂອງ ຊາປາ, ສີແດງ ແລະ ສີສົ້ມທີ່ ເປັນຕົວແທນຂອງຟ້າດິນ ແລະ ສົມທົບກັບສີບົວ ທີ່ເປັນ ແນວໂນ້ມສີ ຂອງ ປີ 2022.

 



ນາງ ເຫວ້ແອງ ​ແບ່ງປັນ​ວ່າ: “ນີ້​ແມ່ນ​ຊຸດ​ອາພອນ​ ປະຈຳ​ເຜົ່າ​ ຊຸດ​ທຳ​ອິດ​ຂອງ​ຂ້າພະ​ເຈົ້າ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຂ້າພະ​ເຈົ້າ​ຈະ​ສືບ​ຕໍ່​ປະຕິບັດ​ຕາມ​ທິດ​ພັດທະນາ​ ບັນດາ​ຜະລິດ​ຕະພັນ​ ແຟຊັ່ນ ​ທີ່​ມີ​ລັກສະນະ​ວັດທະນະທຳ ​ຂອງ ​ຊາດ ​ເພາະວ່າ​ ຂ້າພະ​ເຈົ້າ​ມີ​ກຳ ລັງ​ແຮງ​ດ້ານ​ວັດຖຸ​ດິບ​ ຈາກ​ບ້ານ​ເກີດ​ເມືອງ​ນອນ​ ລາວກາຍ ຂອງ​ຕົນ”. 

 ບົດ: VNP/ເງິນຮ່າ - ພາບ: ແທງຢາງ -ແປໂດຍ: ຢືຟຽນ


top