ວິຖີຊີວິດ ຂອງ ຄົນ ຫວຽດ

ຊຸດສະສົມ ເງິນບູຮານຂອງອະດີດພັນເອກ

ເບື້ອງ​ຫຼັງ​ເງິນ​ບູຮານ​ແຕ່ລະໃບແມ່ນ​ປະຫວັດສາດ, ແມ່ນຄຸນຄ່າ​ດ້ານ​ເສດຖະກິດ,ວັດທະນະທຳ ​ແລະ ອຸດສາຫະກຳ​ໃນ​ຍຸກ​ນັ້ນ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ສາຍ​ເຫດ​ທີ່​ອະດີດ​ພັນ​ເອກ ​ເລ​ດ໋າຍ​ຮຽບ ຍາມ​ໃດ​ກໍ່​ຫຼົງໄຫຼໃນ​ການ​ເກັບ​ສະສົມເງິນບູຮານ​ມາ​ເປັນ​ເວລາ​ຫຼາຍ​ທົດ​ສະ​ວັດ, ດ້ວຍ​ການ​ເກັບ​ສະສົມທະນະ​ບັດນັບພັນໃບ ແລະ ເງິນອັດເກົ່າ​​ຢູ່ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​ໂລກ.

ອະດີດ​ພັນ​ເອກ ​ເລ​ດ໋າຍ​ຮຽບ​ເປັນຄົນ​ ຂ້ອນຂ້າງລຶກລັບ ໃນ​ວົງການ​ນັກ​ສະ​ສົມ​ເງິນບູຮານ. ເພາະເພິ່ນບໍ່ໄດ້ຊື້ ຫຼື ຂາຍ, ເພິ່ນສະສົມເງິນ ດ້ວຍຄວາມມັກ, ຄວາມຫຼົງໄຫຼ ແລະ ຄວາມຢາກຮຽນຮູ້ວັດທະນະທຳ ແລະ ປະຫວັດສາດ ຜ່ານຮູບແບບທີ່ພິມອອກໃນເງິນແຕ່ລະໃບ.

ເງິນທຸກໆ ໃບທີ່ເພິ່ນສະສົມ ແມ່ນເລື່ອງເລັກໆນ້ອຍໆທີ່ໜ້າສົນໃຈທີ່ໄປພ້ອມກັບມັນ. ​ເລື່ອງ​ເກັບ​ກຳເງິນ​ບູຮານ, ບາງ​ທີ, ​ແຕ່​ລະ​ຄົນ​ກໍ່​ມີ “ວາດສະໜາ” ທີ່​ແຕກ​ຕ່າງ​ກັນ. ເງິນບາງໃບທີ່ທ່ານ ຮຽບ ໄດ້ຮັບຈາກຜູ້ຊື້ກວດ, ຈາກຜູ້ຂາຍໝາກໄມ້... ຫຼືຈາກຫຼານສາວຢູ່ ສ ອາເມລິກາ, ຫ່າງຈາກເພິ່ນເຄິ່ງສີກໂລກ.

ທ່ານ ເລ​ດ້າຍຮຽບ ມີ​ຄວາມ​ຫຼົງໄຫຼ​ໃນ​ການ​ສະສົມເງິນ ​ບູຮານ. ພາບ: ແທງຢາງ/VNP

ເງິນ​ອັດເກົ່າ​ໃນ​ຊຸດສະ​ສົມ​ເງິນ ​ຫວຽດ​ນາມ ທີ່​ຜະ​ລິດ​ໃນ​ປີ 1968ໂດຍ​ທະ​ນາ​ຄານ​ແຫ່ງ​ລັດ​ ຫວຽດ​ນາມ. ພາບ: ແທງຢາງ/VNP

T

ກ່ອນ​ຈະ​ເກັບ​ເງິນ​ຈາກ​ແຕ່​ລະ​ປະ​ເທດ, ທ່ານ​ ເລດ້າຍຮຽບ ໄດ້​ກະ​ກຽມ​ຂໍ້​ມູນ​ກ່ຽວ​ກັບ​ປະ​ຫວັດ​ສາດ​ຂອງ​ປະ​ເທດ​ນັ້ນ​ ຢ່າງ​ຄົບ​ຖ້ວນ. ພາບ: ແທງຢາງ/VNP

ທ່ານ ເລ​ດ້າຍຮຽບ ​ແລະ ຄູ່​ຮ່ວມ​ມື​ຍາມ​ໃດ​ກໍ່​ແບ່ງປັນ​ບັນດາ​ເລື່ອງ​ປະຫວັດສາດ​ກໍ່​ຄື​ບັນດາ​ຄຸນຄ່າ​ວັດທະນະທຳ​ຂອງ ​ເງິນ​ອັດເກົ່າ. ພາບ: ແທງຢາງ/VNP


ເງິນອັດເກົ່າຂອງແຕ່ລະປະເທດ, ເພິ່ນລ້ວນແຕ່ ມີປຶ້ມແຍກຕ່າງຫາກ ເພື່ອບັນທຶກລັກສະນະວັດທະນະທໍາ,ສັນ​ຍາ​ລັກ​ ແລະ ​ປີ​ຂອງ​ການ​ຜະ​ລິດ​. ພາບ: ແທງຢາງ/VNP

ດ້ວຍລັກສະນະສະເພາະຂອງທະຫານ, ເພິ່ນມີວິທີການຈັດລຽງແລະ ໄລ່ລຽງເງິນບູຮານແຕ່ລະຊຸດຢ່າງຈະແຈ້ງ. ໃນ​ຊຸດສະ​ສົມເງິນບູຮານແຕ່ລະຊຸດ, ການໄລ່ລຽງ ແລະມູນຄ່າ​ຂອງເງິນບູຮານ ໄດ້ແບ່ງອອກຕາມແຕ່ລະປີ ຢ່າງຈະແຈ້ງ. ເງິນແຕ່ລະໃບ ຈະຮັກສາເລື່ອງໜຶ່ງທີ່ມີຄວາມໝາຍ ແລະການປ່ຽນແປງຂອງປະຫວັດສາດ. ເງິນຍັງສະແດງໃຫ້ເຫັນໄລຍະເວລາຂອງປະຫວັດສາດ, ປີໃດທີ່ເງິນໄດ້ພິມອອກມີຂະໜາດນ້ອຍແລະບາງ, ສະແດງໃຫ້ເຫັນວ່າຈຳນວນເງິນຂາດແຄນແລະສະຖານະການທາງດ້ານການເງິນມີຄວາມຫຍຸ້ງຍາກ. ຕົວຢ່າງ​: ໃບ​​ເງິນ 10.000 ດົ່ງ, ເພິ່ນ​ມີ​ຫຼາຍ​ສິບ​ຊຸດ, ສະສົມ​ຕາມ​ຊຸດ​ທີ່​ອອກ​ໃນ​ແຕ່ລະ​ປີທີ່ແຕກຕ່າງກັນ. ຈາກ​ການຈັດລຽງ ​ແລະ​ ໄລ່ລຽງ​ດັ່ງ​ກ່າວ, ຕາມ​ທ່ານ​ຮຽບ ​ແລ້ວ, ​ແມ່ນ​ສາ​ມາດ​ຮູ້​ໄດ້​ເຖິງ​ລະ​ດັບ​ອັດ​ຕາ​ເງິນ​ເຟີ້​ ໃນແຕ່​ລະ​ປີ.

ສິ່ງ​ທີ່​ໜ້າ​ສົນ​ໃຈ​ຂອງ​ທ່ານ ​ຮຽບ ​ແມ່ນ, ​ເບື້ອງ​ຫຼັງ​ຂອງ​ເງິນ​ບູຮານ​ແຕ່ລະ​ໃບ, ​ຊຸດສະສົມເງິນບູຮານແຕ່ລະຊຸດ​ແມ່ນ​ເລື່ອງ​ເລົ່າ​ກ່ຽວກັບປະຫວັດສາດ, ວັດທະນະທຳ ຫຼື​ເລື່ອງ​ລາວ​ກ່ຽວ​ກັບ​ສະພາບ​ເງິນຕາ​ຕິດ​ພັນ​ກັບ​ແຕ່ລະ​ໄລຍະ​ພັດທະນາ​ຂອງ​ຫວຽດນາມ.

ດັ່ງ​ນັ້ນ​​ເງິນ​ໄດ້​ແບ່ງ​ອອກ​ເປັນ​ສິລະ​ປະ​ຈິດຕະກຳ. ເງິນແຕ່ລະໃບແມ່ນພາບແຕ້ມແຜ່ນໜຶ່ງ,ບັນຍາຍເຖິງເນື້ອໃນທີ່ຈະຖ່າຍທອດເຊັ່ນ: ທຳມະຊາດຂອງປະເທດ, ຮ່ອງຮອຍປະຫວັດສາດ, ຜູ້ຄົນ, ໂຮງງານ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ. ເບິ່ງໃນຊຸດສະສົມທະນາບັດ ຫຼື ເງິນອັດເກົ່າແຕ່ລະຊຸດ ຈະສາມາດຮູ້ໄດ້ເຖິງສັນຍາລັກ, ຮູບຮ່າງເປັນທີ່ນິຍົມ ຫຼື ວັດຖຸພັນເງິນຂອງສະໄໝນັ້ນ.


ເງິນອັດສະໄໝລາຊະວົງ ຫງວຽນ (1802-1945). ພາບ: ແທງຢາງ/VNP

ເງິນສາທາລະນະລັດ ຫວຽດນາມ (1954-1975). ພາບ: ແທງຢາງ/VNP

ເງິນຂອງ ປະເທດ ຝຣັ່ງ 1896. ພາບ: ແທງຢາງ/VNP

ເງິນເຈ້ຍຂອງ​ບັນ​ດາ​ປະ​ເທດ: ກູ​ບາ, ອິນ​ໂດ​ເນ​ເຊຍ, ເນ​ປານ... ໃນ​ຊຸດສະສົມ​ຂອງ​ທ່ານ ຮຽບ.ພາບ: ແທງຢາງ/VNP

ເງິນ ມົງໂກນ.ພາບ: ແທງຢາງ/VNP

ເງິນ ເອີໂຣ ຈາກບັນດາປະເທດ ເອີຣົບ. ພາບ: ແທງຢາງ/VNP

ຊຸດສະສົມເງິນອັດ 50 ລັດຂອງ ສ ອາເມລິກາ.  ພາບ: ແທງຢາງ/VNP

ເງິນອັດເກົ່າ ​ແລະ​ ທະ​ນາ​ບັດ​ຂອງ​ບັນ​ດາ​ປະ​ເທດ​ໃນ​ທົ່ວ​ໂລກ​ໃນ​ຊຸດ​ສະ​ສົມ​ຂອງ​ທ່ານ ເລ​ດ໋າຍຮຽບ. ພາບ: ແທງຢາງ/VNP

top