ຂ່າວສານ

ຊຸກ​ຍູ​້​ການ​ຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງຫວຽດ​ນາມແລະບັນ​ດາ​ປະ​ເທດຕາ​ເວັນ​ອອ​ກ​ກາງ-ອາ​ຟ​ຼິກ​ກາ

ກອງປະຊຸມພົບປະເອກອັກຄະລັດຖະທູດບັນດາປະເທດຕາເວັນອອກາງ-ອາລິກກາປະປີ2019ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 9 ກັນຍາ 2019 ຢູ່ນະຄອນຫຼວງຮ່າໂນ້ຍ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: baoquocte.vn

ເຫດການດັ່ງກ່າວໄດ້ມີຜູ້ຕາງໜ້າເຂົ້າຮ່ວມ 44 ພາກສ່ວນ, ປະກອບມີອຸປະທູດຂອງບັນດາປະເທດຕາເວັນອອກກາງ-ອາຟຼິກກາ, ຫົວໜ້າອົງການຕາງໜ້າການທູດທີ່ປະຈຳແລະບໍ່ປະຈຳການ, ຫົວໜ້າກົງສູນກິຕິມະສັກຂອງບັນດາປະເທດເຂດຕາເວັນອອກກາງ-ອາຟຼິກກາທີ່ປະຈຳຢູ່ສສຫວຽດນາມ; ຜູ້ຕາງໜ້າຄູ່ຮ່ວມມືພັດທະນາຈຳນວນໜຶ່ງ, ບັນດາອົງການຈັດຕັ້ງສາກົນໃຫ່ຍຕ່າງໆ; ມີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຂອງຫວຽດນາມພ້ອມກັບບັນດາວິສາຫະກິດສອງຝ່າຍ.

       ກ່າວຄຳເຫັນໃນພິທີໄຂກອງປະຊຸມ, ທ່ານຫງວຽນກວັ໊ກເກື່ອງຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມໃຫ້ຮູ້ວ່າ: ໄລຍະຜ່ານມາໄດ້ມີການລົງນາມໃນເອກະສານຕ່າງໆລະຫວ່າງສອງຝ່າຍຫຼາຍກວ່າ 200 ສະບັບ, ສ້າງກອບນິຕິກຳທີ່ສະດວກແກ່ການຮ່ວມມືຫຼາຍດ້ານ. ດ້ານການຄ້າ, ນັບແຕ່ປີ 2010 ເຖິງປັດຈຸບັນ, ວົງເງິນການຄ້າແລກປ່ຽນສອງສົ້ນລະຫວ່າງຫວຽດນາມແລະພາກພື້ນຕາເວັນອອກກາງ-ອາຟຼິກກາໄດ້ເພີ່ມຂຶ້ນ3,5 ເທົ່າ, ແຕ່ 5 ຕື້ໂດລາສະຫະລັດຂຶ້ນເປັນ 18 ຕື້ໂດລາສະຫະລັດ. ການຈັດກອງປະຊຸມພົບປະໂອ້ລົມດັ່ງກ່າວ ແມ່ນແນ່ໃສ່ການສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກວາງກຳນົດນະໂຍບາຍ, ນັກການທູດທີ່ນຳສະເໜີບັນດາມາດຕະການລະອຽດເພື່ອເພີ່ມທະວີການຮ່ວມມື, ປະກອບສ່ວນໃນການຊຸກຍູ້ການພົວພັນດ້ານເສດຖະກິດລະຫວ່າງຫວຽດນາມກັບບັນດາປະເທດຢູ່ພາກພື້ນອາຟຼິກກາແລະຕາເວັນອອກກາງ. ໃນເວລາດຽວກັນກໍ່ເປັນກາລະໂອກາດໃນການເຜີຍແຜ່, ແນະນຳກ່ຽວກັບທ່າແຮງບົ່ມຊ້ອນ, ເພີ່ມທະວີນຳໃຈມິດຕະພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນລະຫວ່າງຫວຽດນາມແລະບັນດາປະເທດໃນພາກພື້ນດັ່ງກ່າວ.

ໂດຍດຳເນີນເປັນເວລາສອງວັນ, ກອງປະຊຸມໄດ້ສຸມໃສ່ປຶກສາຫາລື ບາງເນື້ອໃນລະອຽດດັ່ງນີ້:ສະພາບການຮ່ວມມືລະຫວ່າງຫວຽດນາມແລະພາກພື້ນຕາເວັນອອກກາາ-ອາຟຼິກກາ, ລວມເຖິງການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການຂອງຫວຽດນາມກັບບັນດາສະຖານທູດ ບັນດາປະເທດໃນພາກພື້ນ, ໃນໄລຍະທີ່ຜ່ານມາແລະທິດທາງໃນໄລຍະຈະມາເຖິງ./.

(ແຫຼ່ງຄັດຈາກ VOV)


top