ຂ່າວສານ

ຊຸກ​ຍູ້​ເຂດ​ການ​ຄ້າ​ເສ​ລີ​ຢູ່​ທະ​ວີບອາບ​ຟ​ຼິກ​ກາ: ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​​ສຳ​ລັບ ຫວຽດ​ນາມ

ກອງປະຊຸມສຳມະນາມີການເຂົ້າຮ່ວມຂອງບັນດານັກຄົ້ນຄ້ວາ, ນັກທຸລະກິດພ້ອມກັບບັນດາຜູ້ວາງແຜນກຳນົດນະໂຍບາຍຫວຽດນາມ, ອາບຟຼິກກາ ແລະ ສາກົນ.
ພາບປະກອບ: TTXVN

ຕອນບ່າຍວັນທີ 24 ພຶດສະພາຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄ້ວາ ອາບຟຼິກກາ ແລະ ຕາເວັນອອກາງ (ສະຖາບັນດິດວິທະຍາສາດສັງຄົມ ຫວຽດນາມ) ໄດ້ສົມທົບກັບກຸ່ມເອກອັກຄະລັດຖະທູດບັນດາປະເທດ ອາບຟຼິກກາ ປະຈຳ ຫວຽດນາມ ຈັດກອງປະຊຸມສຳມະນາດສາກົນ “ຊຸກຍູ້ເຂດການຄ້າເສລີ ອາບຟຼິກກາ: ກາລະໂອກາດ ແລະ ສິ່ງທ້ທາຍສຳລັບ ຫວຽດນາມ”. ກອງປະຊຸມສຳມະນາມີການເຂົ້າຮ່ວມຂອງບັນດານັກຄົ້ນຄ້ວາ, ນັກທຸລະກິດພ້ອມກັບບັນດາຜູ້ວາງແຜນກຳນົດນະໂຍບາຍຫວຽດນາມ, ອາບຟຼິກກາ ແລະ ສາກົນ.

ຕາມບັນດາຜູ້ແທນແລ້ວ, ປັດຈຸບັນ ເພື່ອຍາດແຍ່ງບັນດາກາລະໂອກາດພົວພັນຄ້າຂາຍ, ຮ່ວມມືກັບບັນດາຄູ່ຮ່ວມມືໃນພາກພື້ນ ອາບຟຼິກກາ, ຫວຽດນາມ ຕ້ອງຍົກລະດັບບັນດາການພົວພັນທີ່ເປັນມູນເຊື້ອ ແລະ ທີ່ມີຢູ່ແລ້ວກັບບັນດາປະເທດອາບຟຼິກກາ ຢ່າງສຸດຂີດ, ຊຸກຍູ້ການເຊື່ອມຕໍ່ວິສາຫະກິດ, ເພີ່ມທະວີການສຳຫຼວດຕະຫຼາດ, ງານຕະຫຼາດນັດ, ງານວາງສະແດງເພື່ອຂຸດຄົ້ນບັນດາກາລະໂອກາດທີ່ມີຢູ່ແລ້ວຢ່າງສຸດຂີດ, ເປີດກາລະໂອກາດຮ່ວມມືໃໝ່. ພ້ອມກັນນັ້ນ, ຫວຽດນາມ ກໍ່ຕ້ອງສ້າງບັນດາຮູບແບບຮ່ວມມືໃໝ່, ແລກປ່ຽນບັນດາຮູບແບບດຳເນີນທຸລະກິດ, ເສດຖະກິດໃໝ່ຄືດຳເນີນທຸລະກິດດີຈີຕອນ, ເສດຖະກິດໝູນວຽນ, ເສດຖະກິດແບ່ງປັນ, ພັດທະນາບັນດາພື້ນຖານເຊື່ອມຕໍ່ທາງອອນໄລເພື່ອຫຼຸດຜ່ອນລາຍຈ່າຍໃນການພົວພັນຄ້າຂາຍ, ພັດທະນາບັນດາເວທີປາໄສ, ກອງປະຊຸມສຳມະນາ, ກອງປະຊຸມ, ການພົບປະແລກປ່ຽນ ຢ່າງແຮງ ເພື່ອແນໃສ່ເຂົ້າໃຈຂໍ້ມູນຂອງແຕ່ລະຄູ່ຮ່ວມມືທີ່ເປັນສະມາຊິກ ແລະ ພາຍນອກຢ່າງລະອຽດ.


top