ຂ່າວສານ

ຊຸກ​ຍູ້​ພັດ​ທະ​ນາ​ກະ​ສິ​ກຳ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແມ່ນສູນຜະລິດເຂົ້າສານ, ໝາກໄມ້, ປູກລ້ຽງ, ຈັບຫາ ແລະ ປຸງແຕ່ງສິນໃນນ້ຳຂະໜາດໃຫຍ່, ປະກອບສ່ວນເຂົ້າໃນການສົ່ງອອກຜະລິດຕະພັນກະເສດ - ເຄື່ອງປ່າຂອງດົງ - ສິນໃນນ້ຳ ຂອງທົ່ວປະເທດ. ຕາມເປົ້າໝາຍພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລ້ວ, ຮອດປີ 2025 ຂົງເຂດກະສິກຳຈະບັນລຸລະດັບການເຕີບໂຕ GDP ຫຼາຍກວ່າ 3% ຕໍ່ໄປີ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 6 ມີນາ, ຢູ່ແຂວງ ກຽນຢາງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຊຸກຍູ້ການພັດທະນາຂົງເຂດກະສິກຳເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ເຂົ້າຮ່ວມພິທີລົງນາມໂຄງການສົມທົບວຽກງານລະຫວ່າງ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກັບ ທ້ອງຖິ່ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ຄະນະກຳມະການປະຊາຊົນ 13 ແຂວງ, ນະຄອນ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ສົມທົບກັນຈັດຕັ້ງຂຶ້ນ.

     ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແມ່ນສູນຜະລິດເຂົ້າສານ, ໝາກໄມ້, ປູກລ້ຽງ, ຈັບຫາ ແລະ ປຸງແຕ່ງສິນໃນນ້ຳຂະໜາດໃຫຍ່, ປະກອບສ່ວນເຂົ້າໃນການສົ່ງອອກຜະລິດຕະພັນກະເສດ - ເຄື່ອງປ່າຂອງດົງ - ສິນໃນນ້ຳ ຂອງທົ່ວປະເທດ. ຕາມເປົ້າໝາຍພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລ້ວ, ຮອດປີ 2025 ຂົງເຂດກະສິກຳຈະບັນລຸລະດັບການເຕີບໂຕ GDP ຫຼາຍກວ່າ 3% ຕໍ່ໄປີ.

     ທີ່ກອງປະຊຸມ, ການນຳບັນດາກະຊວງ, ຂະແໜງການ, ແຂວງ, ນະຄອນ ແລະ ບັນດາສະມາຄົມວິສາຫະກິດ ໄດ້ປຶກສາຫາລືເຮັດແຈ້ງກຳລັງບົ່ມຊ້ອນ, ທ່າແຮງ, ກໍຄືຄວາມຫຍຸ້ງຍາກ, ຂໍ້ຈຳກັດໃນວິວັດການພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ພິເສດ, ນຳສະເໜີພາລະບົດບາດ, ໜ້າທີ່, ມາດຕະການຈັດຕັ້ງປະຕິບັດເພື່ອພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຢ່າງວ່ອງໄວ ແລະ ຍືນຍົງ.

(ແຫຼ່ງຄັດຈາກ VOV)

top