ຂ່າວສານ

ຊຸກ​ຍູ້​ການ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ​ຫວຽດ​ນາມ ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ ສ​ປ​ຊ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິນເຮ້ວ ສະເໜີໃຫ້ ສປຊ ຈົ່ງສືບຕໍ່ເອົາໃຈໃສ່, ຊຸກຍູ້ການເພີ່ມທະວີການເຊື່ອມຕໍ່ລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບບັນດາການເຄື່ອນໄຫວຂອງ ສປຊ, ລະຫວ່າງບັນດາອົງການຂອງ ສປຊ ກັບສະຫະພັນລັດຖະສະພາໂລກ(IPU) ກໍ່ຄືບັນດາກົນໄກຫຼາຍຝ່າຍທີ່ກ່ຽວຂ້ອງ...

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິນເຮ້ວ ສະເໜີໃຫ້ ສປຊ ຈົ່ງສືບຕໍ່ເອົາໃຈໃສ່, ຊຸກຍູ້ການເພີ່ມທະວີການເຊື່ອມຕໍ່ລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບບັນດາການເຄື່ອນໄຫວຂອງ ສປຊ, ລະຫວ່າງບັນດາອົງການຂອງ ສປຊ ກັບສະຫະພັນລັດຖະສະພາໂລກ(IPU)  ກໍ່ຄືບັນດາກົນໄກຫຼາຍຝ່າຍທີ່ກ່ຽວຂ້ອງ...

    

ຕອນເຊົ້າວັນທີ 22 ຕຸລາ, ທີ່ຫໍສະພາແຫ່ງຊາດ, ກ່າວຄຳເຫັນທີ່ການຕ້ອນຮັບ ທ່ານເລຂາທິການໃຫ່ຍ ສປຊ Antonio Guterres ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຝຸກ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິນເຮ້ວ ສະເໜີໃຫ້ ສປຊ ຈົ່ງສືບຕໍ່ເອົາໃຈໃສ່, ຊຸກຍູ້ການເພີ່ມທະວີການເຊື່ອມຕໍ່ລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບບັນດາການເຄື່ອນໄຫວຂອງ ສປຊ, ລະຫວ່າງບັນດາອົງການຂອງ ສປຊ ກັບສະຫະພັນລັດຖະສະພາໂລກ(IPU)  ກໍ່ຄືບັນດາກົນໄກຫຼາຍຝ່າຍທີ່ກ່ຽວຂ້ອງ, ຜ່ານນັ້ນ, ສະພາແຫ່ງຊາດ ຫວຽດນາມ ຈະເຊື່ອມຕົວຢ່າງເລິກເຊິ່ງກ້ວາງຂວາງກ່ວາ ກັບບັນດາການເຄື່ອນໄຫວວິຊາສະເພາະຂອງອົງການສາກົນ ໃນຂອບເຂດພາກພື້ນ ແລະ ທົ່ວໂລກ. ສ້າງເງື່ອນໄຂໃຫ້ບັນດາ ສສຊ ສາມາດເພີ່ມທະວີການແລກປ່ຽນການຮ່ວມມື, ຮ່ຳຮຽນບົດຮຽນປະສົບການ ກ່ຽວກັບບັນດາຂົງເຂດເຄື່ອນໄຫວຂອງສະພາແຫ່ງຊາດ.

  ກ່ຽວກັບບັນຫາທະເລ ແລະ ມະຫາສະໝຸດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິນເຮ້ວ ຢືນຢັນວ່າ, ຫວຽດນາມ ພ້ອມແລ້ວທີ່ຈະສະໜັບສະໜູນບັນດາຄວາມມານະພະຍາຍາມຂອງປະຊາຄົມໂລກ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍລວມ.

    ທ່ານເລຂາທິການໃຫ່ຍ ສປຊ  ຖືວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາສະມາຊິກທີ່ຂະຫຍັນຂັນເຄື່ອນ, ຕັ້ງໜ້າຂອງ ສປຊ. ບັນດາການອຸທິດສ່ວນຂອງ ຫວຽດນາມ ຢູ່ ສປຊ ໄດ້ປະກອບສ່ວນຮັດແຄບຊ່ອງຫວ່າງລະຫວ່າງບັນດາປະເທດຮັ່ງມີ ແລະ ທຸກຍາກ. ຫວຽດນາມ ແລະ ປຊຊ ຫວຽດນາມ ສາມມາດມີຄວາມເອກອ້າງທະນົງໃຈ ຍ້ອນວ່າ ສຽງເວົ້າຂອງຕົນໄດ້ຮັສບຄວາມເຄົາລົບນັບຖືຈາກທຸກໆປະເທດ.

ແຫຼ່ງຄັດຈາກ VOV


top