ຂ່າວສານ

ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ເສດ​ຖະ​ກິດ, ການ​ຄ້າ ແລະ ລະ​ບົບ​ສະ​ໜອງ ຫວຽດ​ນາມ - ທະ​ເລ​ແດງ

ທ່ານ​ ຫງວຽນ​ນາມ​ເຢືອງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ເອຢິບ ຫາ​ກໍ່​ມີ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ດ້ານ​ການທູດ​​ເສດ​ຖະ​ກິດ​ຢູ່​ແຂວງ ທະ​ເລ​ແດງ​ຂອງ ເອ​ຢິບ ເພື່ອ​ແນ​ໃສ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ເອຢິບ.
  ທ່ານ Walid Al Barqi ຜູ້​ວ່າ​ການ​ແຂວງ ທະ​ເລ​ແດງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ ທ່ານ​ ຫງວຽນ​ນາມ​ເຢືອງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ເອຢິບ (ພາບ: VNA)  

ວັນ​ທີ 11 ກໍ​ລະ​ກົດ, ທ່ານ Walid Al Barqi ຜູ້​ວ່າ​ການ​ແຂວງ ທະ​ເລ​ແດງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ ທ່ານ​ ຫງວຽນ​ນາມ​ເຢືອງ ແລະ ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ສະ​ຖານ​ທູດ​ຢູ່​ສຳ​ນັກ​ງານ​ຂອ​ງ​ອົງ​ການ​ບໍ​ລິ​ຫານ​ແຂວງ. ທ່ານ Walid Al Barqi ຢັ້ງ​ຢືນ, ແຂວງ ທະ​ເລ​ແດງ​ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ເປີດກວ້າງ​ການ​ຮ່ວມ​ມື​ສາ​ກົນ ແລະ ກຽມ​ພ້ອມ​ການ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ວິສາຫະກິດ ຫວຽດ​ນາມ ຊອກ​ຮູ້​ໂອກາດ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ທ້ອງ​ຖິ່ນ; ພິ​ເສດ​ໃນ​ບັນ​ດາ​ຂົງ​ເຂດ​ການ​ທ່ອງ​ທ່ຽວ, ຂຸດ​ຄົ້ນ​ແຮ່ທາດ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ​ຂຽວ.

ສ່ວ​ນເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ນາມ​ເຟືອງ ​ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ແຂວງ ທະ​ເລ​ແດງ ກັບ​ບັນ​ດາ​ທ້ອງ​ຖິ່ນ​ແຄມ​ທະ​ເລ​ຂອງ ຫວຽດ​ນາມ, ເປັນ​ຕົ້ນ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ການ​ຂົນ​ສົ່ງ​ທາງ​ທະ​ເລ, ການ​ທ່ອງ​ທ່ຽວ, logistics, ການ​ສົ່ງ​ອອກ​ນຳ​ເຂົ້າ ແລະ ການ​ຂຸດ​ຄົ້ນ​ບໍແຮ່.


top