ຂ່າວສານ

ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ -ມາ​ເລ​ເຊຍ

ຕອນເຊົ້າວັນທີ 20 ມີນາ ຢູ່ ຮ່າໂນ້ຍ, ທ່ານ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ພົບປະສົນທະນາກັບທ່ານ ລັດຖະມົນຕີການຕ່າງປະເທດ ມາເລເຊຍ Saifuddin Abdullah ພວມຢ້ຽມຢາມ ຫວຽດນາມ.

ຕອນເຊົ້າວັນທີ 20 ມີນາ ຢູ່ ຮ່າໂນ້ຍ, ທ່ານ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ພົບປະສົນທະນາກັບທ່ານ ລັດຖະມົນຕີການຕ່າງປະເທດ ມາເລເຊຍ Saifuddin Abdullah ພວມຢ້ຽມຢາມ ຫວຽດນາມ.

   

ທ່ານ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພົບປະສົນທະນາກັບທ່ານ ລັດຖະມົນຕີການຕ່າງປະເທດ ມາເລເຊຍ Saifuddin Abdullah (ພາບ: hanoimoi.com.vn)

ທີ່ການພົບປະສົນທະນາ, ລັດຖະມົນຕີທັງສອງທ່ານ ໄດ້ແລກປ່ຽນກ່ຽວກັບການກະກຽມໃຫ້ແກ່ການຢ້ຽມຢາມ ຫວຽດນາມ ຂອງທ່ານ ນາຍົກລັດຖະມົນຕີ ມາເລເຊຍ Ismail Sabri Yaakob ໃນວັນທີ 20 ແລະ 21 ມີນາ; ທິດທາງການເພີ່ມທະວີການສົມທົບລະຫວ່າງ  ກະຊວງການຕ່າງປະເທດຂອງທັງສອງປະເທດ ເພື່ອປະກອບສ່ວນຊຸກຍູ້ການຮ່ວມມືສອງຝ່າຍ  ຫວຽດນາມ - ມາເລເຊຍ, ພ້ອມກັບບາງບັນຫາພາກພື້ນ ແລະ ສາກົນຕ່າງຝ່າຍຕ່າງມີຄວາມສົນໃຈ.

 ລັດຖະມົນຕີທັງສອງທ່ານເຫັນດີ ຮ່ວມມືກັນຢ່າງແຫນ້ນແຟ້ນ ແລະ ສົມທົບກັບບັນດາອົງການກ່ຽວຂ້ອງຂອງແຕ່ລະປະເທດ ສືບຕໍ່ຜັນຂະຫຍາຍບົດບັນທຶກກອງປະຊຸມຄັ້ງທີ 6 ຄະນະກຳມະການປະສົມກ່ຽວກັບການຮ່ວມມືເສດຖະກິດ, ວິທະຍາສາດ ແລະ ເຕັກນິກລະຫວ່າງສອງປະເທດໃນເດືອນ ພະຈິກ ປີ 2021 ກໍ່ຄືໂຄງການດຳເນີນງານໄລຍະ 2021- 2025

ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ. ລັດຖະມົນຕີທັງສອງທ່າຍ ກໍ່ເຫັນດີກ່ຽວກັບການກຳນົດທິດໃຫຍ່ ເພື່ອແນໃສ່ກະກຽມການເຄື່ອນໄຫວສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດໃນປີ 2023.

ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ລັດຖະມົນຕີທັງສອງທ່ານຢັ້ງຢືນ ຈະສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນຢູ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສສາກົນ ແລະ ພາກພື້ນ.

(ແຫຼ່ງຄັດຈາກ VOV)


top