ຂ່າວສານ

ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ສະ​ພ​າ​ແຫ່ງ​ຊາດ ກຳ​ປູ​ເຈຍ

ເລື່ອງເປັນເຈົ້າພາບຈັດກອງປະຊຸມສຳມະນາແລກປ່ຽນລະຫວ່າງກຸ່ມ ສະມາຊິກສະພາແຫ່ງຊາດມິດຕະພາບສອງປະເທດ ໄດ້ສະແດງໃຫ້ເຫັນບົດບາດເປັນເຈົ້າການ, ຕັ້ງໜ້າ ກໍຄື ນ້ຳໃຈຄວາມຮັບຜິດຊອບຂອງສະພາແຫ່ງຊາດ ຫວຽດນາມ ໃນການຊຸກຍູ້ບັນດາກົນໄກຮ່ວມມືລະຫວ່າງສອງປະເທດ ແລະ ສອງອົງການນິຕິບັນຍັດ ຫວຽດນາມ - ກຳປູເຈຍ.
  ກອງປະຊຸມສຳມະນາ  

ວັນທີ 25 ທັນວາ, ຢູ່ນະຄອນ ດ່າໜັງ, ໄດ້ດຳເນີນກອງປະຊຸມສຳມະນາແລກປ່ຽນບົດຮຽນ, ປະສົບການລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ກຳປູເຈຍ. ໃນກອງປະຊຸມສໍາມະນາ, ບັນດາຜູ້ແທນໄດ້ປຶກສາຫາລື, ແລກປ່ຽນປະສົບການກ່ຽວກັບບັນດາບັນຫາຄື: ບົດບາດຂອງ ສະພາແຫ່ງຊາດ ໃນການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ; ການຮ່ວມມືລະຫວ່າງ ສສ. ຫວຽດນາມ ແລະ ລາຊະອານາຈັກ ກຳປູເຈຍ ກ່ຽວກັບການພັດທະນາວັດທະນະທຳ, ການທ່ອງທ່ຽວ: ບົດບາດຂອງອົງການສ້າງກົດໝາຍ; ຮ່ວມມືແມ່ນ້ຳຂອງ, ການປ້ອງກັນ, ຕ້ານໄພທຳມະຊາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ, ປະທານກຸ່ມສະມາຊິກ ສະພາແຫ່ງຊາດ ມິດຕະພາບ ຫວຽດນາມ - ກຳປູເຈຍ ໄດ້ຢັ້ງຢືນວ່າ ເລື່ອງເປັນເຈົ້າພາບຈັດກອງປະຊຸມສຳມະນາແລກປ່ຽນລະຫວ່າງກຸ່ມ ສະມາຊິກສະພາແຫ່ງຊາດມິດຕະພາບສອງປະເທດ ໄດ້ສະແດງໃຫ້ເຫັນບົດບາດເປັນເຈົ້າການ, ຕັ້ງໜ້າ ກໍຄື ນ້ຳໃຈຄວາມຮັບຜິດຊອບຂອງສະພາແຫ່ງຊາດ ຫວຽດນາມ ໃນການຊຸກຍູ້ບັນດາກົນໄກຮ່ວມມືລະຫວ່າງສອງປະເທດ ແລະ ສອງອົງການນິຕິບັນຍັດ ຫວຽດນາມ - ກຳປູເຈຍ.

ກ່ຽວກັບຝ່າຍ ກຳປູເຈຍ, ທ່ານນາງ Men Sam An ປະທານກຸ່ມສະມາຊິກ ສະພາແຫ່ງຊາດມິດຕະພາບ ກຳປູເຈຍ - ຫວຽດນາມ ຂອງ ສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ ໄດ້ຢັ້ງຢືນວ່າ ການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ ກຳປູເຈຍ - ຫວຽດນາມ ນັບມື້ນັບພັດທະນາ ແລະ ສະໜິດຕິດພັນຢ່າງແໜ້ນແຟ້ນດ້ວຍເລື່ອງສອງຝ່າຍໄດ້ເຫັນດີລົງນາມໃນຂໍ້ຕົກລົງສະບັບຕ່າງໆ ເພື່ອສືບຕໍ່ປັບປຸງການຮ່ວມມືຢູ່ທຸກຂັ້ນ, ໂດຍຜ່ານການແລກປ່ຽນປະສົບການລະຫວ່າງບັນດາກຳມາທິການສະເພາະກິດ, ພະນັກງານສະເພາະ, ການແບ່ງປັນຂໍ້ມູນຂ່າວສານ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີປາໄສລະຫວ່າງ ສະພາແຫ່ງຊາດໃຫ້ມີປະສິດທິຜົນກວ່າ ແລະ ປຸກລະດົມເປີດກວ້າງການຮ່ວມມືໃນຂົງເຂດອື່ນໆ, ພິເສດແມ່ນໃນຂົງເຂດກົດໝາຍ ແລະ ການຄົ້ນຄວ້າ.


top