ໃນລະຫວ່າງວັນທີ 15 – 16 ກໍລະກົດ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕວານຖັງ ພ້ອມດ້ວຍຄະນະປະຕິບັດງານໄດ້ປະຕິບັດການຢ້ຽມຢາມ, ເຮັດວຽກຢູ່ເຂດ Normandie - ໜຶ່ງໃນບັນດາສູນເສດຖະກິດທີ່ຂະຫຍັນຂັນເຄື່ອນທີ່ສຸດຂອງ ຝລັ່ງ, ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດ.
ທ່ານເອກອັກຄະລັດຖະທູດ ດິງຕວານຖັງ ແລະ ຄະນະປະຕິບັດງານຢູ່ທ່າກ່ຳປັນ Caen-Ouistreham -ຢູ່ເຂດ Normandie (ພາບ: TTXVN)
ຄະນະປະຕິບັດງານໄດ້ເຮັດວຽກກັບຫ້ອງການຄ້າ ແລະ ອຸດສາຫະກຳເຂດ Normandie (CCI Normandie), ຫ້ອງການຄ້າ ແລະ ອຸດສາຫະກຳນະຄອນ Caen, ຢ້ຽມຢາມທ່າກ່ຳປັ່ນ Caen – Ouistreham ແລະ ພົບປະເຈົ້າຄອງນະຄອນ Fleury – sur – Orne. ໃນການເຮັດວຽກ, ທ່ານເອກອັກຄະລັດຖະທູດ ດິງຕວານຖັງ ເນັ້ນໜັກວ່າ ເຂດ Normandie, ດ້ວຍທີ່ຕັ້ງເປັນເຂດມີພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ, ທ່າກ່ຳປັ່ນທະເລສຳຄັນ ແລະ ທ່າແຮງໃນຫຼາຍຂົງເຂດຍຸດທະສາດ, ໄດ້ກາຍເປັນຈຸດໝາຍປາຍທາງທີ່ບໍ່ອາດພາດໄດ້ໃນຍຸດທະສາດການທູດທາງດ້ານເສດຖະກິດຂອງ ຫວຽດນາມ ກັບບັນດາເຂດພາກຂອງ ຝລັ່ງ, ພິເສດ ເມື່ອສອງປະເທດຫາກໍ່ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທ່ານເອກອັກຄະລັດຖະທູດ ກໍໄດ້ເຜີຍໃຫ້ຮູ້ກ່ຽວກັບບັນດາຍຸດທະສາດພັດທະນາໃຫຍ່ຂອງ ຫວຽດນາມ ກ່ຽວກັບພື້ນຖານໂຄງລ່າງທາງຄົມມະນາຄົມ, ພະລັງງານນິວເຄຼຍ… ພ້ອມດ້ວຍຄວາມຕ້ອງການຮ່ວມມື, ຮັບມອບຖ່າຍທອດເຕັກໂນໂລຢີຂອງ ຫວຽດນາມ.
ຕາມທ່ານນາງ Delphine Wahl, ຜູ້ອຳນວຍການໃຫຍ່ CCI Normandie ແລ້ວ, ນີ້ແມ່ນເຂດທີ່ມີລັກສະນະອຸດສາຫະກຳ ແລະ ສົ່ງອອກສູງທີ່ສຸດຂອງ ຝລັ່ງ, ດັ່ງນັ້ນ, ມີກຳລັງບົ່ມຊ້ອນເປີດກວ້າງການຮ່ວມມືກັບບັນດາທ້ອງຖິ່ນ ແລະ ວິສາຫະກິດຂອງ ຫວຽດນາມ ໃນຫຼາຍຂົງເຂດຢ່າງແທດຈິງ.