ຢູ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບາງບັນຫາວາມໝັ້ນຄົງໃນພາກພື້ນ ແລະ ອາດຊະຍາກຳມີການຈັດຕັ້ງຂ້າມຊາດ, ລວມມີຄວາມໝັ້ນຄົງໃນການເດີນເຮືອ, ຄວາມໝັ້ນຄົງໃນລະບົບສະໜອງ, ຟອກເງິນ ແລະ ການປ້ອງກັນ, ຕ້ານການກໍການຮ້າຍ ກໍ່ຄືການຮ່ວມມືໃນການປ້ອງກັນ, ຕ້ານຢາເສບຕິດ.
ການໂອ້ລົມສົນທະນາ ຄວາມໝັ້ນຄົງ ແລະ ປະຕິບັດກົດໝາຍ ຫວຽດນາມ - ອາເມລິກາ ຄັ້ງທີ 2
ທ່ານພົນໂທ ເລກວັກຮຸ່ງ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ພ້ອມກັບທ່ານ Chris Landberg ຜູ້ຮັກສາການຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບອົງການປ້ອງກັນຕ້ານຢາເສັບຕິດ ແລະ ປະຕິບັດກົດໝາຍສາກົນ (INL), ໄດ້ເປັນປະທານຮ່ວມການໂອ້ລົມສົນທະນາ ຄວາມໝັ້ນຄົງ ແລະ ປະຕິບັດກົດໝາຍ ຫວຽດນາມ - ອາເມລິກາ ຄັ້ງທີ 2. ເຫດການໄດ້ຈັດຂຶ້ນຢູ່ນະຄອນຫຼວງ ວໍຊິງຕັນໃນວັນທີ 5 ກັນຍາ.
ຢູ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບາງບັນຫາວາມໝັ້ນຄົງໃນພາກພື້ນ ແ ລະ ອາດຊະຍາກຳມີການຈັດຕັ້ງຂ້າມຊາດ, ລວມມີຄວາມໝັ້ນຄົງໃນການເດີນເຮືອ, ຄວາມໝັ້ນຄົງໃນລະບົບສະໜອງ, ຟອກເງິນ ແລະ ການປ້ອງກັນ, ຕ້ານການກໍການຮ້າຍ ກໍ່ຄືການຮ່ວມມືໃນການປ້ອງກັນ, ຕ້ານຢາເສບຕິດ, ອາດຊະຍາກຳທາງອິນເຕີເນັດ, ການຟອກເງິນ, ການເຂົ້າເມືອງແບບຜິດກົດໝາຍ, ການຄ້າມະນຸດ ແລະ ອາດຊະຍາກຳການເງິນ.
ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາບຸລິມະສິດໃນການຮ່ວມມືຍົກສູງຄວາມສາມາດທີ່ກ່ຽວຂ້ອງເຖິງຂົງເຂດປະຕິບັດກົດໝາຍ ແລະ ຍຸຕິທຳທາງອາຍາ, ກໍ່ຄືບັນດາກົນໄກເປີດກວ້າງການຮ່ວມມືປະຕິບັດກົດໝາຍເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍລວມທີ່ນັບມື້ນັບຫຼາຍຂຶ້ນ ກ່ຽວກັບອາດຊະຍາກຳຂ້າມຊາດ, ໃນນັ້ນມີບັນດາການເຄື່ອນໄຫວສໍ້ກົງທາງອິນເຕີເນັດ ເຊິ່ງກໍ່ຜົນກະທ້ອນຕໍ່ພົນລະເມືອງ ແລະ ວິສາຫະກິດຢູ່ທັງສອງປະເທດ.