ຂ່າວສານ

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ປາ​ແລັດ​ສະ​ຕິນ

ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ Saadi Salama ຢັ້ງ​ຢືນ​ຍາມ​ໃດ​ກໍ່​​ມີ​ນ້ຳ​ໃຈ​ພິ​ເສດ ແລະ ມຸ່ງ​ໄປ​ເຖິງ​ຫວຽດ​ນາມ, ທ່ານ​ປາດ​ຖະ​ໜາ​ ຫວຽດ​ນາມ ສືບ​ຕໍ່​ບັນ​ລຸ​ໄດ້​ຜົນ​ສຳ​ເລັດ​ໃໝ່​ໃນ​ພາ​ລະ​ກິດ​ແຫ່ງ​ການ​ພັດ​ທະ​ນາ​ປ​ະ​ເທດ​ຊາດ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເຈິ່ນ​ແທັງ​ເໝິນ ໃຫ້​ການ​ຕ້ອນ​ຮັບ ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ​ລັດ ປາ​ແລດ​ສະ​ຕິນ Saadi Salama (ພາບ: VOV)

ຕອນ​ເຊົ້າ​ວັນ​ທີ 23 ມິ​ຖຸ​ນາ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ຮ່າ​ໂນ້ຍ, ກ່າວ​ຄຳ​ເຫັນ​ທີ​ກ່ານ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ​ລັດ ປາ​ແລດ​ສະ​ຕິນ Saadi Salama ເຂົ້າ​ຢ້ຽມ​ອຳ​ລາ​ເນື່ອງ​ໃນ​ໂອ​ກາດ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່ທາງ​ການ​ທູດ​ຢູ່ ຫວຽດ​ນາມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເຈິ່ນ​ແທັງ​ເໝິນ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ ພ້ອມແລ້ວ​ສະ​ໜັບ​ສະ​ໜູນພາ​ລະ​ກິດ​ແຫ່ງ​ການ​ຕໍ່​ສູ້​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ ປາ​ແລັດ​ສະ​ຕິນ. ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຍາມ​ໃດ​ກໍ່​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ຊຸກ​ຍູ້​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ກັບ ປາ​ແລັດ​ສະ​ຕິນ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Saadi Salama ຈະ​ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ມິດ​ຕະ​ພາບ ລະ​ຫວ່າງ ຫວຽດ​ນາມ - ປາ​ແລັດ​ສະ​ຕິນໃຫ້ຫຼາຍກວ່າ​ອີກ.

ສ່ວນ​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ Saadi Salama ຢັ້ງ​ຢືນ​ຍາມ​ໃດ​ກໍ່​​ມີ​ນ້ຳ​ໃຈ​ພິ​ເສດ ແລະ ມຸ່ງ​ໄປ​ເຖິງ​ຫວຽດ​ນາມ, ທ່ານ​ປາດ​ຖະ​ໜາ​ ຫວຽດ​ນາມ ສືບ​ຕໍ່​ບັນ​ລຸ​ໄດ້​ຜົນ​ສຳ​ເລັດ​ໃໝ່​ໃນ​ພາ​ລະ​ກິດ​ແຫ່ງ​ການ​ພັດ​ທະ​ນາ​ປ​ະ​ເທດ​ຊາດ.


top