ຂ່າວສານ

ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ-ອົດ​ສະ​ຕາ​ລີ

ໃນຕອນເຊົ້າຂອງວັນ 27 ມິຖຸນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະເຈລະຈາກັບຄູຮ່ວມຕຳແໜ່ງອົດສະຕາລີ, ທ່ານນາງ Penny Wong.

ໃນຕອນເຊົ້າຂອງວັນ 27 ມິຖຸນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະເຈລະຈາກັບຄູຮ່ວມຕຳແໜ່ງອົດສະຕາລີ, ທ່ານນາງ Penny Wong.

   

(ພາບ: TTXVN)

ຕອນບ່າຍວັນທີ 27 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ຕ້ອນຮັບທ່ານນາງ Penny Wong ລັດຖະມົນຕີການຊວງການຕ່າງປະເທດ ອົດສະຕາລີ ມາເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດທ່ານນາງພວມຢູ່ຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 26-28 ມິຖຸນາ.

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊົມເຊີຍການມາຢ້ຽມຢາມເປັນຄັ້ງທຳອິດຂອງທ່ານນາງ Penny Wong ໃນຖານະເປັນລັດຖະມົນຕີການຊວງການຕ່າງປະເທດ ອົດສະຕາລີ ແລະ ເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນສຳຄັນ ເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ-ອົດສະຕາລີ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ລັດຖະບານໃໝ່ຂອງ ອົດສະຕາລີ ຈົ່ງສືບຕໍ່ເອົາໃຈໃສ່ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ, ໃນນັ້ນ ມີການເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ບັນດາກົນໄກຮ່ວມມືສອງຝ່າຍ, ຍູ້ແຮງການຮ່ວມມືດ້ານການຄ້າ ແລະ ການລົງທຶນ.

ສວ່ນທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ ຢືນຢັນວ່າ ອົດສະຕາລີ ຖືບົດບາດ ແລະ ທີ່ຕັ້ງຂອງຫວຽດນາມ ຢູ່ພາກພື້ນເປັນສຳຄັນ ແລະ ຈະສົມທົບກັບກະຊວງການຕ່າງປະເທດ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ-ອົດສະຕາລີ ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ມຸ່ງໄປເຖິງລະດັບສູງໃໝ່, ພິເສດແມ່ນໃນສະພາບການສອງປະເທດກະກຽມສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (1973-2023).

ກ່ອນໜ້ານນັ້ນ, ໃນຕອນເຊົ້າຂອງວັນ 27 ມິຖຸນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ກໍ່ໄດ້ພົບປະເຈລະຈາກັບຄູຮ່ວມຕຳແໜ່ງອົດສະຕາລີ, ທ່ານນາງ Penny Wong.

(ແຫຼ່ງຄັດຈາກ VOV)


top