ຂ່າວສານ

ຊຸກ​ຍູ້​ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ເຂົ້າ​ຮ່ວມການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ - ສັງ​ຄົມ

ວັນທີ 19 ຕຸລາ, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງ ຫວຽດນາມ 20/10, ອົງການ ສປຊ ເພື່ອການພັດທະນາ (UNDP) ປະຈຳ ຫວຽດນາມ ໄດ້ຈັດການໂອ້ລົມສົນທະນາກ່ຽວກັບວິວັດທະນາການເຂົ້າຮ່ວມການເຄື່ອນໄຫວດ້ານການເມືອງຂອງ ແມ່ຍິງ, ກໍຄືບັນດາຂໍ້ລິເລີ່ມປ່ຽນແປງໃໝ່ຂອງແມ່ຍິງສຳລັບການພັດທະນາຂອງ ຫວຽດນາມ.

ຈຳນວນສະມາຊິກສະພາແຫ່ງຊາດເພດຍິງ ນັບມື້ນັບເພີ່ມຂຶ້ນ (ພາບ: TTXVN)

ຕາມຂໍ້ສັງເກດຂອງ UNDP ແລ້ວ, ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າຫຼາຍພໍສົມຄວນ ເມື່ອທຽບໃສ່ບັນດາປະເທດຢູ່ພາກພື້ນໃນການເຄື່ອນໄຫວຕ່າງໆ, ເພື່ອແນໃສ່ຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງໃນຊີວິດດ້ານການເມືອງຂອງປະເທດຊາດ. ຕາມບົດລາຍງງານ “ຄວາມແຕກໂຕນລະຫວ່າງຍິງ - ຊາຍ ໃນທົ່ວໂລກ” ຂອງເວທີປາໄສເສດຖະກິດໂລກ ປີ 2022, ຫວຽດນາມ ບັນລຸໄດ້ 0,705 ຄະແນນ  (ລະດັບການຄິດໄລ່ແຕ່ 0 - 1 ຄະແນນ) ກ່ຽວກັບດັດຊະນີຜິດດ່ຽງລະຫວ່າງ ຍິງ - ຊາຍ, ຢືນອັນດັບທີ 83/146 ປະເທດ, ເພີ່ມຂຶ້ນ 4 ຂັ້ນເມື່ອທຽບໃສ່ປີ 2021. ຜົນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ປີ 2021 ກໍຊີ້ໃຫ້ເຫັນ ການເພີ່ມຂຶ້ນກ່ຽວກັບເພດຍິງຂອງຈຳນວນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ.

ແຫຼ່ງຄັດຈາກ VOV

top