ຂ່າວສານ

ຊຸກ​ຍູ້ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຮອບ​ດ້ານ ຫວຽດ​ນາມ - ອິນ​ເດຍ

ທ່ານ ຮອງສາດສະດາຈານ, ປ.ອ ບຸຍເຍິດກວາງ ປະທານ ສະຖາບັນດິດວິທະຍາສາດສັງຄົມ ຫວຽດນາມ ຖືວ່າ ໄລຍະຈະມາເຖິງ, ການຮ່ວມມືລະຫວ່າງສອງຝ່າຍຈະສຸມໃສ່: ເພີ່ມທະວີການຄ້າ, ລະບົບສະໜອງໃໝ່, ຄູ່ຮ່ວມມືພັດທະນາ ແລະ ໃຫ້ຄຳໝັ້ນສັນຍາບັນດາພັດທະນາແບບຍືນຍົງ.

ທ່ານ ຮອງສາດສະດາຈານ, ປ.ອ  ບຸຍເຍິດກວາງ ປະທານ ສະຖາບັນດິດວິທະຍາສາດສັງຄົມ ຫວຽດນາມ ຖືວ່າ ໄລຍະຈະມາເຖິງ, ການຮ່ວມມືລະຫວ່າງສອງຝ່າຍຈະສຸມໃສ່: ເພີ່ມທະວີການຄ້າ, ລະບົບສະໜອງໃໝ່, ຄູ່ຮ່ວມມືພັດທະນາ ແລະ ໃຫ້ຄຳໝັ້ນສັນຍາບັນດາພັດທະນາແບບຍືນຍົງ.

    

ກອງປະຊຸມສຳມະນາສາກົນ  “50 ປີແຫ່ງການພົວພັນທາງການທູດ ຫວຽດນາມ - ອິນເດຍ: ຫວນຄືນ ແລະ ມຸ່ງໄປເຖິງ”

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຖາບັນອິນເດຍ ແລະ ອາຊີຕາເວັນຕົກ ຄົບຮອບ 10 ປີ, ວັນທີ 15 ມິຖຸນາ, ສະຖາບັນດິດວິທະຍາສາດສັງຄົມ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາສາກົນ ດ້ວຍຫົວຂໍ້ “50 ປີແຫ່ງການພົວພັນທາງການທູດ ຫວຽດນາມ - ອິນເດຍ: ຫວນຄືນ ແລະ ມຸ່ງໄປເຖິງ”. ເຂົ້າຮ່ວມກອງປະຊຸມສຳມະນາແບບທາງໄກ ແລະ ເຊິ່ງໜ້າ ມີບັນດາຜູ້ແທນ ທີ່ເປັນນັກການທູດ, ນັກວິທະຍາສາດ, ນັກຊ່ຽວຊານ… ທີ່ມາຈາກ ຫວຽດນາມ ແລະ ອິນເດຍ.

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນ ໄດ້ສຸມໃສ່ປຶກສາຫາລື ສອງຫົວຂໍ້ຕົ້ນຕໍນັ້ນແມ່ນ: ການພົວພັນລະຫວ່າງ ຫວຽດນາມ - ອິນເດຍ ໃນສະພາບການໃໝ່, ຫວຽດນາມ ແລະ ອິນເດຍ ມຸ່ງໄປເຖິງອະນາຄົດ, ຍົກອອກຂໍ້ສະເໜີ, ຂໍ້ສະເໜີແນະ, ມາດຕະການເພື່ອແນໃສ່ປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ອິນເດຍ

 ທ່ານ ຮອງສາດສະດາຈານ, ປ.ອ  ບຸຍເຍິດກວາງ ປະທານ ສະຖາບັນດິດວິທະຍາສາດສັງຄົມ ຫວຽດນາມ ຖືວ່າ ໄລຍະຈະມາເຖິງ, ການຮ່ວມມືລະຫວ່າງສອງຝ່າຍຈະສຸມໃສ່: ເພີ່ມທະວີການຄ້າ, ລະບົບສະໜອງໃໝ່, ຄູ່ຮ່ວມມືພັດທະນາ ແລະ ໃຫ້ຄຳໝັ້ນສັນຍາບັນດາພັດທະນາແບບຍືນຍົງ; ຮ່ວມມືດ້ານອຸດສາຫະກຳ, ປ້ອງກັນຊາດ, ການພົວພັນຄູ່ຮ່ວມມືໃໝ່ດ້ວຍບັນດາຈຸດສຸມບຸລິມະສິດ: ຄວາມໝັ້ນຄົງທາງອິນເຕີແນັດ, ຄວາມໝັ້ນຄົງທາງທະເລ, ກຽມພ້ອມຟື້ນຟູພາຍຫຼັງໄພພິບັດ, ການຮ່ວມມືເຕັກໂນໂລຢີ: ການສື່ສານ, ຍານອາວະກາດ, ນິວເຄຼຍຜົນລະເຮືອນ, ພະລັງງານທົດແທນ, ເສດຖະກິດດີຈີຕອນ…

(ແຫຼ່ງຄັດຈາກ VOV)


top