ຂ່າວສານ

ຊຸກຍູ້ສາຍພົວພັນສະໜິດແໜ້ນ, ສັດຊື່ບໍລິສຸດລະຫວ່າງຫວຽດນາມ-ລາວ ໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ

      ທ່ານ ດັ້ງວັນຮຸ່ງ, ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳຫຼວງພະບາງ, ຢືນຢັນວ່າ ຈະສືບຕໍ່ໃຫ້ບຸລິມະສິດເອົາໃຈໃສ່ຊຸກຍູ້ການພົວພັນມິດຕະພາບຮ່ວມມືກັບບັນດາທ້ອງຖິ່ນຢູ່ທາງພາກເໜືອຂອງລາວ
(ທີ່ການຕ້ອນຮັບທ່ານເລຂາ, ເຈົ້າແຂວງໆຫຼວງພະບາງ ຄຳຂັນ ຈັນທະວີສຸກ)
      ເມື່ອມາອວຍພອນສະຖານກົງສູນໃຫຍ່ຫວຽດນາມ ປະຈຳຫຼວງພະບາງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດສສ.ຫວຽດນາມ ຄົບຮອບ 76 ປີ (2 ກັນຍາ 1945 – 02 ກັນຍາ 2021), ທ່ານເລຂາ, ເຈົ້າແຂວງໆຫຼວງພະບາງ ຄຳຂັນ ຈັນທະວີສຸກ ໄດ້ເນັ້ນໜັກເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ ບໍ່ພຽງແຕ່ແມ່ນການພົວພັນລະຫວ່າງ 2 ປະເທດເທົ່ານັ້ນ, ຫາກຍັງແມ່ນຄວາມສະໜິດແໜ້ນລະຫວ່າງ 2 ຊາດ; ທ່ານຢືນຢັນວ່າ: ປະຊາຊົນລາວ ກັບປະຊາຊົນຫວຽດນາມ ສະໜິດຕິດພັນຄືດັ່ງອ້າຍນ້ອງໃນຄອບຄົວດຽວ.
      ທ່ານ ດັ້ງວັນຮຸ່ງ, ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳຫຼວງພະບາງ, ຢືນຢັນວ່າ ຈະສືບຕໍ່ໃຫ້ບຸລິມະສິດເອົາໃຈໃສ່ຊຸກຍູ້ການພົວພັນມິດຕະພາບຮ່ວມມືກັບບັນດາທ້ອງຖິ່ນຢູ່ທາງພາກເໜືອຂອງລາວ ບົນຈິດໃຈເສີມຂະຫຍາຍ, ເຮັດໃຫ້ບັນດາໝາກຜົນການຮ່ວມມືທີ່ບັນລຸໄດ້ເລິກເຊິ່ງກວ່າ, ເປີດກວ້າງອອກສູ່ບັນດາຂົງເຂດໃໝ່, ຂຸດຄົ້ນບັນດາກາລະໂອກາດ, ຄວາມສາມາດບົ່ມຊ້ອນລະຫວ່າງ 2 ຝ່າຍ.
      ໃນວັນດຽວກັນ, ການນຳບັນດາພະແນກ, ຄະນະ, ຂະແໜງການ ແລະ ວິສາຫະກິດຂອງແຂວງ ຫຼວງພະບາງ ກໍ່ມາອວຍພອນຢູ່ສະຖານກົງສູນໃຫຍ່ຫວຽດນາມ ປະຈຳຫຼວງພະບາງ ເນື່ອງໃນໂອກາດນີ້.
(ແຫຼ່ງຄັດຈາກ VOV)


top