ຂ່າວສານ

ຊຸກຍູ້ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ, ຮັບປະກັນສິດທິມະນຸດຢູ່ ຫວຽດນາມ

ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ແລະ ຄວາມກ້າວຫນ້າຂອງແມ່ຍິງ ດ້ວຍຍຸດທະສາດຈະແຈ້ງ, ສະເຫມີຕົ້ນສະເຫມີປາຍ ແລະ ສອດຄ່ອງກັບພຶດຕິກຳຕົວຈິງຢູ່ພາຍໃນປະເທດ. ວັນທີ 4ຕຸລາ ປີ 2022, ກ່າວຄຳເຫັນເມື່ອ ຄະນະກຳມະການກ່ຽວກັບບັນຫາສັງຄົມ, ມະນຸດສະທຳ ແລະ ວັດທະນະທຳ, ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 77 ປຶກສາຫາລືກ່ຽວກັບການຊຸກຍູ້ຄວາມກ້າວຫນ້າຂອງແມ່ຍິງ, ທ່ານນາງ ເລທິມິງທວາ ອັກຄະລັດຖະທູດທີ່ປຶກສາ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນຫນັກຢ່າງແຮງ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນໃນບັນດານະໂຍບາຍແຫ່ງຊາດ. ເລື່ອງເພີ່ມທະວີບົດບາດ, ການເຂົ້າຮ່ວມ ແລະ ການປະກອບສ່ວນຂອງແມ່ຍິງ ໃນຊີວິດດ້ານເສດຖະກິດ, ການເມືອງ ສັງຄົມ ບໍ່ພຽງແຕ່ແມ່ນຄຳໝັ້ນສັນຍາເທົ່ານັ້ນ ຫາກແມ່ນມາດຖານຢູ່ ຫວຽດນາມອີກດ້ວຍ.

ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ແລະ ຄວາມກ້າວຫນ້າຂອງແມ່ຍິງ ດ້ວຍຍຸດທະສາດຈະແຈ້ງ, ສະເຫມີຕົ້ນສະເຫມີປາຍ ແລະ ສອດຄ່ອງກັບພຶດຕິກຳຕົວຈິງຢູ່ພາຍໃນປະເທດ. ວັນທີ 4ຕຸລາ ປີ 2022,  ກ່າວຄຳເຫັນເມື່ອ ຄະນະກຳມະການກ່ຽວກັບບັນຫາສັງຄົມ, ມະນຸດສະທຳ ແລະ ວັດທະນະທຳ, ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 77 ປຶກສາຫາລືກ່ຽວກັບການຊຸກຍູ້ຄວາມກ້າວຫນ້າຂອງແມ່ຍິງ, ທ່ານນາງ ເລທິມິງທວາ ອັກຄະລັດຖະທູດທີ່ປຶກສາ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນຫນັກຢ່າງແຮງ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນໃນບັນດານະໂຍບາຍແຫ່ງຊາດ. ເລື່ອງເພີ່ມທະວີບົດບາດ, ການເຂົ້າຮ່ວມ ແລະ ການປະກອບສ່ວນຂອງແມ່ຍິງ ໃນຊີວິດດ້ານເສດຖະກິດ, ການເມືອງ ສັງຄົມ ບໍ່ພຽງແຕ່ແມ່ນຄຳໝັ້ນສັນຍາເທົ່ານັ້ນ ຫາກແມ່ນມາດຖານຢູ່ ຫວຽດນາມອີກດ້ວຍ.

   

ທ່ານນາງ ເລທິມິງທວາ ອັກຄະລັດຖະທູດທີ່ປຶກສາ  ຮອງຫົວຫນ້າຄະນະຜູ້ຕາງຫນ້າ ຫວຽດນາມ ປະຈຳ ສປຊ .

ໃນຍຸກໂລກາພິວັດ, ຫວຽດນາມ ໄດ້ເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກກວ້າງ, ມີການພົວພັນທາງການທູດ, ເສດຖະກິດ ກັບ ເກືອບ 200 ປະເທດ ແລະເຂດແຄ້ວນໃນໂລກ, ເຂົ້າຮ່ວມແລະ ກາຍເປັນສະມາຊິກມີຄວາມຮັບຜິດຊອບຂອງຫລາຍອົງການຈັດຕັ້ງສາກົນທີ່ມີອິດທິພົນຊື່ສຽງຢູ່ຂອບເຂດທົ່ວໂລກ ແລະພາກພື້ນ. ບັນດາຜົນງານບັນລຸໄດ້ໃນການເຊື່ອມໂຍງເຂົ້າກັບສາກົນ ໄດ້ປະກອບສ່ວນຊຸກຍູ້ການພັດທະນາ, ສ້າງເງື່ອນໄຂສະດວກໃຫ້ວິວັດການ ຫວຽດນາມ ຜັນຂະຫຍາຍປະຕິບັດວຽກງານ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ເວົ້າລວມ ແລະ ວຽກງານສິດທິມະນຸດ ເວົ້າສະເພາະ.

ບົນພື້ນຖານກົດໝາຍ ແລະ ບັນດາສົນທິສັນຍາ, ຄຳໝັ້ນສັນຍາສາກົນ ກ່ຽວກັບ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ແລະ ສິດທິມະນຸດ, ຫວຽດນາມໄດ້ຕັ້ງຫນ້າສ້າງລະບອບລະບຽບການ, ນະໂຍບາຍກົດໝາຍໃຫ້ສົມບູນແບບສອດຄ່ອງກັບຫລາຍເນື້ອໃນຈິດໃຈຂອງບັນດາຄຳໝັ້ນສັນຍາສາກົນ.

ໄປຄຽງຄູ່ກັບການສ້າງ, ປະກາດໃຊ້ກົດໝາຍ, ນະໂຍບາຍ, ຫວຽດນາມ ກໍ່ໄດ້ປະກາດໃຊ້ ແລະມານະພະຍາຍາມຜັນຂະຫຍາຍບັນດານະໂຍບາຍ, ມາດຕະການເພື່ອແນໃສ່ບັນລຸໄດ້ບັນດາເປົ້າໝາຍ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ໃນແຕ່ລະຂົງເຂດລະອຽດ. ຄື: ແຜນການເຄື່ອນໄຫວແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍິງ ຮອດປີ 2000, ຍຸດທະສາດແຫ່ງຊາດກ່ຽວກັບ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ໄລຍະ 2011- 2020, ໂຄງການແຫ່ງຊາດກ່ຽວກັບ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ໄລຍະ 2011- 2015…. ແລະ ຫວ່າງແລ້ວນີ້ ແມ່ນຍຸດທະສາດແຫ່ງຊາດກ່ຽວກັບ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ໄລຍະ 2021 – 2030.

ດ້ວຍຄວາມມານະພະຍາຍາມຂອງທັງລະບົບການເມືອງ, ພາຍຫລັງ 10ປີແຫ່ງການຜັນຂະຫຍາຍຍຸດທະສາດແຫ່ງຊາດ ກ່ຽວກັບ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ, ຫວຽດນາມ ບັນລຸໄດ້ຫລາຍໝາກຜົນເປັນຫນ້າຊື່ນຊົມ, ປະກອບສ່ວນຮັດແຄບຊ່ອງຫວ່າງລະຫວ່າງຍິງ -ຊາຍ ໃນບັນດາຂົງເຂດ, ປະກອບສ່ວນຕັ້ງຫນ້າເຂົ້າໃນວິວັດການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ. ເລື່ອງປະຕິບັດບັນດາເປົ້າໝາຍແຫ່ງຊາດກ່ຽວກັບ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ໄດ້ ແລະ ພວມໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ສ້າງການຫັນປ່ຽນໃນຄວາມຮັບຮູ້ ແລະການກະທຳຂອງທົ່ວສັງຄົມ. ລະບົບເອກະສານນິຕິກຳ, ນະໂຍບາຍແມ່ນສ້າງໃຫ້ສົມບູນແບບຕາມທິດຮັບປະກັນຫລັກການສະເຫມີພາບລະຫວ່າງ ຍິງ -ຊາຍ, ສອດຄ່ອງກັບມາດຕະຖານສາກົນ. ຄຽງຂ້າງນັ້ນ ເນື້ອໃນ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ໄດ້ນຳເອົາເຂົ້າໃນຫລາຍຍຸດທະສາດ, ໂຄງການ, ນະໂຍບາຍ ໂດຍໄດ້ປະກາດໃຊ້ໃນ 10 ປີຜ່ານມາ.

ໝາກຜົນການຜັນຂະຫຍາຍປະຕິບັດບັນດາເປົ້າໝາຍແຫ່ງຊາດກ່ຽວກັບ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ໃນບັນດາຂົງເຂດແມ່ນມີຄວາມກ້າວຫນ້າຢ່າງເຫັນໄດ້ຊັດ. ໄລຍະນີ້ ເປັນຄັ້ງທຳອິດ ທີ່ແມ່ຍິງໄດ້ ເຂົ້າຮ່ວມບາງ ຕຳແຫນ່ງສຳຄັນໃນອົງການຈັດຕັ້ງຂອງພັກ, ລັດ ແລະ ອົງການສ້າງກົດໝາຍ. ພິເສດ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV, ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ແມ່ນໄດ້ຈັດຕັ້ງຂຶ້ນສຳເລັດຜົນ ດ້ວຍອັດຕາສ່ວນ ສສ ຍິງ ແມ່ນກວມເອົາ 30,26% (ຊື່ງແມ່ນອັດຕາສ່ວນສູງສຸດນັບແຕ່ກ່ອນມາຮອດປະຈຸບັນ) ແລະ ມີເກືອບ 30% ແມ່ຍິງເຂົ້າຮ່ວມສະພາປະຊາຊົນທຸກຂັ້ນ. ນັບມື້ນັບມີແມ່ຍິງຫລາຍຄົນເຂົ້າຮ່ວມການເຄື່ອນໄຫວເສດຖະກິດ ແລະ ມີຫລາຍກາລະໂອກາດເພື່ອໃຫ້ມີວຽກເຮັດງານທຳດີ, ນຳມາເຊິ່ງລາຍຮັບສູງກວ່າ. ສິ່ງນີ້ ປະກອບສ່ວນສຳຄັນຊ່ວຍຫວຽດນາມ ຮັກສາໄດ້ລະດັບເຕີບໂຕເສດຖະກິດຢູ່ໃນລະດັບສູງສຸດໃນໂລກ ໃນທົດສະວັດຜ່ານມາ, ໂດຍບໍ່ຫົວຊາຕໍ່ການຜັນແປເສດຖະກິດ ການເມືອງ ຂອງພາກພື້ນ ແລະ ໂລກ.

ບາງດັດຊະນີພັດທະນາໄດ້ຮັບການປົວແປງດີຂຶ້ນ ຊ່ວຍນຳຫວຽດນາມຈັດເຂົ້າອັນດັບສູງກວ່າ ແລະ ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ ກ່ຽວກັບຄວາມມານະພະຍາຍາມໃນການປະຕິບັດ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ. ຕາມບົດລາຍງານພັດທະນາມະນຸດປີ 2020, ດັດຊະນີການພັດທະນາມະນຸດ (HDI) ຂອງຫວຽດນາມ ພວມຢູ່ໃນລະດັບ 0,704,  ຢືນອັນດັບ 117/189 ປະເທດແລະ ເຂດແຄ້ວນຂຶ້ນກັບກຸ່ມປະເທດມີ HDI ຢູ່ລະດັບສູງ. ດ້ວຍດັດຊະນີພັດທະນາເພດ ຢູ່ໃນລະດັບ 0,997,  ຫວຽດນາມ ໄດ້ຢູ່ອັນດັບທີ 65 ໃນຈຳນວນ 162 ປະເທດ ແລະ ໄດ້ນອນໃນກຸ່ມສູງສຸດໃນຈຳນວນ 5 ກຸ່ມໃນໂລກ. ພິເສດ ອັດຕາແມ່ຍິງ ເປັນ ສະມາຊິກສະພາແຫ່ງຊາດ ຫວຽດນາມ ນອນໃນກຸ່ມສູງສຸດໃນ 3 ກຸ່ມທົ່ວໂລກ.

ດ້ວຍເປົ້າໝາຍຮັດແຄບຊ່ອງຫວ່າງລະຫວ່າງຍິງ - ຊາຍ, ສ້າງເງື່ອນໄຂ, ກາລະໂອກາດ ເພື່ອໃຫ້ເພດຍິງ ແລະ ເພດຊາຍໄດ້ເຂົ້າຮ່ວມ, ຊົມໃຊ້ຄວາມສະເຫມີພາບໃນບັນດາຂົງເຂດຂອງຊີວິດສັງຄົມ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງປະເທດຊາດ, ວັນທີ 3 ມີນາ ປີ 2021, ລັດຖະບານໄດ້ປະກາດໃຊ້ມະຕິເລກທີ 28 ອະນຸມັດຜ່ານຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເຫມີພາບລະຫວ່າງຍິງ -ຊາຍ ໄລຍະ 2021 – 2030, ພ້ອມກັນນັ້ນ ນາຍົກລັດຖະມົນຕີ ກໍ່ໄດ້ປະກາດໃຊ້ຫລາຍໂຄງການ, ນະໂຍບາຍ ເພື່ອແນໃສ່ຊຸກຍູ້ຄວາມສະເຫມີພາບລະຫວ່າງ ຍິງ - ຊາຍ ແລະປ້ອງກັນເຫດ, ຮັບມືກັບການໃຊ້ຄວາມຮຸນແຮງທາງເພດ. ນີ້ແມ່ນກອບນິຕິກຳກວ້າງຂວາງ ປະກອບສ່ວນຊຸກຍູ້ຄວາມເຂັ້ມແຂງວຽກງານສະເຫມີພາບລະຫວ່າງຍິງ ຊາຍ ແລະບັນດາຜົນງານຂອງຫວຽດນາມ ໃນຂົງເຂດນີ້.

(ແຫຼ່ງຄັດຈາກ VOV)


top