ຂ່າວສານ

ຊຸກຍູ້ຄວາມຄືບໜ້າບັນດາໂຄງການເປົ້າໝາຍແຫ່ງຊາດ

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງໄດ້ສະເໜີໃຫ້ ຄະນະກຳມະການຊົນເຜົ່າ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ປະຕິບັດບັນດາເງື່ອນໄຂ, ມາດຖານໃຫ້ສຳເລັດໂດຍໄວໃນເດືອນມີນານີ້ ເພື່ອຍື່ນສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດກ່ຽວກັບການຈັດແບ່ງງົບປະມານໃຫ້ແກ່ແຕ່ລະໂຄງການເປົ້າໝາຍແຫ່ງຊາດ.

   ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິງ

ເປັນເຈົ້າພາບໃນກອງປະຊຸມ. ພາບ: ມິງດຶກ/VNA

ຕອນເຊົ້າວັນທີ 17 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິງ ໄດ້ເປັນປະທານກອງປະຊຸມທາງໄກເພື່ອຮັບຟັງກະຊວງ, ຂະແໜງການລາຍງານກ່ຽວກັບຄວາມຄືບໜ້າໃນການປະຕິບັດໂຄງການເປົ້າໝາຍແຫ່ງຊາດ ໄລຍະ 2021 – 2025 ໂດຍນາຍົກລັດຖະມົນຕີອະນຸມັດຜ່ານ ແມ່ນໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມ ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ໂຄງການເປົ້າໝາຍແຫ່ງຊາດຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງໄດ້ສະເໜີໃຫ້ ຄະນະກຳມະການຊົນເຜົ່າ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ປະຕິບັດບັນດາເງື່ອນໄຂ, ມາດຖານໃຫ້ສຳເລັດໂດຍໄວໃນເດືອນມີນານີ້ ເພື່ອຍື່ນສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດກ່ຽວກັບການຈັດແບ່ງງົບປະມານໃຫ້ແກ່ແຕ່ລະໂຄງການເປົ້າໝາຍແຫ່ງຊາດ. ກະຊວງການເງິນ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຮີບເຮັ່ງສ້າງຄຳສັ່ງແນະນຳເພື່ອຜັນຂະຫຍາຍພາຍຫຼັງໄດ້ຮັບການຈັດແບ່ງທຶນ.



top