ຂ່າວສານ

ຊຸກຍູ້ຂະແໜງອຸດສາຫະກຳ ວັດທະນະທຳ ຢູ່ ຫວຽດນາມ

      ໃນໄລຍະຈະມາເຖິງຂະແໜງອຸດສາຫະກຳ ວັດທະນະທຳຈະບັນລຸໄດ້ຜົນສຳເລັດໂດຍໄວ”. ນີ້ແມ່ນຂໍ້ສັງເກດຂອງ ທ່ານ ປ.ອ ເລຫ໋າຍບິ່ງ - ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ເມື່ອຕອບສຳພາດຕໍ່ນັກຂ່າວຂອງ ພະແນກພົວພັນຕ່າງປະເທດ ວິທະຍຸກະຈາຍສຽງ ຫວຽດນາມ ຫວ່າງມໍ່ໆມານີ້ ກ່ຽວກັບບັນຫາພັດທະນາຂະແໜງອຸດສາຫະກຳວັດທະນະທຳ ອີງໃສ່ພື້ນຖານວັດທະນະທຳທີ່ເປັນມູນເຊື້ອຂອງຊາດ.
ທ່ານ ປ.ອ ເລຫ໋າຍບິ່ງ - ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ (ພາບ: VOV5)
      ທ່ານປ.ອ ເລຫ໋າຍບິ່ງ ຢັ້ງຢືນວ່າ ຂະແໜງອຸດສາຫະກຳ ວັດທະນະທຳ ຫວຽດນາມ ພວມມີພື້ນຖານ ແລະ ກຳລັງໜູນເປັນຢ່າງດີ. ຢູ່ກອງປະຊຸມວັດທະນະທຳທົ່ວປະເທດ ປີ 2021 ໄດ້ຈັດຂຶ້ນຫວ່າງມໍ່ໆມານີ້, ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ຍົກອອກ 6 ໜ້າທີ່ຈຸດສຸມ ເພື່ອສືບຕໍ່ກໍ່ສ້າງ, ຮັກສາ, ຟື້ນຟູ ແລະ ພັດທະນາພື້ນຖານວັດທະນະທຳຂອງຊາດ. ໃນນັ້ນ, ໜ້າທີ່ທີ 6 ແມ່ນ “ຮີບດ່ວນພັດທະນາບັນດາຂະແໜງອຸດສາຫະກຳວັດທະນະທຳ, ສ້າງການຕະຫຼາດວັດທະນະທຳທີ່ປອດໃສ”. ຕາມທ່ານ ປ.ອ ເລຫ໋າຍບິ່ງ ແລ້ວ, ນີ້ແມ່ນຄຳຊີ້ນຳທີ່ມີລັກສະນະກຳນົດທິດສຳຄັນ, ຮີບດ່ວນ ແລະ ທັນການທີ່ສຸດ ສຳລັບຂະແໜງອຸດສາຫະກຳ ວັດທະນະທຳ ຫວຽດນາມ. ຍ້ອນວ່າ, ເຖິງວ່າ ມີຍຸດທະສາດພັດທະນາອຸດສາຫະກຳ ວັດທະນະທຳນັບແຕ່ປີ 2016 ແລ້ວກໍ່ຕາມ, ແຕ່ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງ ໃນບົດກ່າວປາໄສວ່າ: ມີຫຼາຍທັດສະນະແຜນນະໂຍບາຍທີ່ຖືກຕ້ອງຂອງພັກ, ລັດ ທີ່ຍັງບໍ່ທັນໄດ້ນຳເຂົ້າສູ່ຊີວິດຕົວຈິງ, ຍັງບໍ່ທັນໄດ້ຮັບການຫັນເປັນຮູບປະທຳຢ່າງມີປະສິດທິຜົນ. ທ່ານ ປ.ອ ເລຫ໋າຍບິ່ງ ຕີລາຄາວ່າ:
ນັບແຕ່ກອງປະຊຸມວັດທະນະທຳທົ່ວປະເທດມາຮອດປັດຈຸບັນ, ບັນດາຄວາມມານະພະຍາຍາມຂອງທຸກຂັ້ນ, ທຸກຂະແໜງການເພື່ອນຳແຜນນະໂຍບາຍ, ທັດສະນະຂອງພັກ ແລະ ລັດ, ໃນນັ້ນມີບັນດາຄຳຊີ້ນຳຂອງທ່ານເລຂາທິການໃຫຍ່ເຂົ້າສູ່ຊີວິດຕົວຈິງ ກໍໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າທີ່ສຸດ. ນີ້ແມ່ນຈຸດເວລາ, ທຸກຂັ້ນທຸກຂະແໜງການຕ້ອງພ້ອມກັນຮ່ວມແຮງຮ່ວມໃຈປຶກສາຫາລືພ້ອມກັບບັນດາວິສາຫະກິດ ເພື່ອຍົກອອກມາດຕະການທີ່ມີປະສິດທິຜົນຢ່າງແທດຈິງ ເພື່ອຊຸກຍູ້ຂະແໜງອຸດສາຫະກຳ ວັດທະນະທຳ, ຍ້ອນວ່າ ເວລາບໍ່ລໍຖ້າເຮົາ. ເອກະສານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ໄດ້ຍົກອອກບັນດາເປົ້າໝາຍຍຸດທະສາດຍິ່ງໃຫຍ່ທີ່ສຸດ.
      ພິເສດ ທ່ານ ປ.ອ ເລຫ໋າຍບິ່ງ ໄດ້ໃຫ້ຂໍ້ສັງເກດວ່າ ເຖິງວ່າຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ໃນໄລຍະຜ່ານມາ, ແຕ່ຂະແໜງອຸດສາຫະກຳ ວັດທະນະທຳ ຍັງບັນລຸໄດ້ຜົນງານທີ່ເປັນໜ້າຊື່ນຊົມ. ຫວຽດນາມ ຄ້ວາໄດ້ລາງວັນສູງໃນການແຂ່ງຂັນລະດັບສາກົນຕ່າງໆ, ມີຫຼາຍຮູບເງົາ ຫວຽດນາມ ທີ່ມະຫາຊົນ ແລະ ວົງການນັກວິເຄາະສາກົນໄດ້ໃຫ້ການຮັບຮອງຢ່າງຕັ້ງໜ້າ ແລະ ຕີລາຄາສູງ. ບັນດາວິສາຫະກິດ ໃນຂົງເຂດອຸດສາຫະກຳ ວັດທະນະທຳ, ປະຊາຄົມນັກສິລະປິນ, ນັກສະແດງ, ປະຊາຄົມ ຜູ້ເຮັດວຽກງານອຸດສາຫະກຳປະດິດຄິດສ້າງ... ພວມມານະພະຍາຍາມທັງເວັນ ແລະ ຄືນຊອກຫາເສັ້ນທາງໃໝ່ ເພື່ອຜັນຂະຫຍາຍ ແລະ ພັດທະນາໃນສະພາບການທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ, ສິ່ງທ້າທາຍ. ທ່ານ ເລຫ໋າຍບິ່ງ ໃຫ້ຮູ້ຕື່ມອີກວ່າ:
ບັນດາຜົນງານທີ່ ຫວຽດນາມ ບັນລຸໄດ້ນັ້ນ ອີກຄັ້ງໜຶ່ງໄດ້ຢັ້ງຢືນຈຸດວັດທະນະທຳທີ່ມີລັກສະນະສະເພາະທີ່ສຸດ ໃນມູນເຊື້ອວັດທະນະທຳ ຫວຽດນາມ ນັ້ນແມ່ນຫັນຄວາມສ່ຽງກາຍເປັນຄວາມປອດໄພ, ຫັນສິ່ງທ້າທາຍກາຍເປັນກາລະໂອກາດ ແລະ ຂ້າພະເຈົ້າຖືວ່າ ບັນດາບົດຮຽນ, ປະສົບການທີ່ຖອດຖອນໄດ້ ໃນໄລຍະປະສົບກັບຄວາມຫຍຸ້ງຍາກທີ່ຜ່ານມາ ຈະແມ່ນການລົງພຶດຕິກຳຕົວຈິງ, ບັນດາບົດຮຽນປະສົບການທີ່ລ້ຳຄ່າທີ່ສຸດ ເພື່ອໃຫ້ຂະແໜງອຸດສາຫະກຳ ວັດທະນະທຳຂອງພວກເຮົາສືບຕໍ່ພັດທະນາຢ່າງແຮງພາຍຫຼັງໂລກລະບາດໂຄວິດ - 19. ພວກເຮົາກໍ່ອາດຈະວາດພາບໄດ້ວ່າ ພາຍລັງພາຍຸນ້ຳຖ້ວມ, ຕົ້ນໄມ້ຈະເຕີບໃຫຍ່ເຂັ້ມແຂງ ແລະ ພວກເຮົາຫວັງວ່າ ຈະບັນລຸໄດ້ໝາກຜົນໃນຂະແໜງອຸດສາຫະກຳ ວັດທະນະທຳ ໃນໄລຍະຈະມາເຖິງ.
ທ່ານ ປ.ອ ເລຫ໋າຍບິ່ງ ກໍ່ເນັ້ນວ່າ ການພັດທະນາອຸດສາຫະກຳ ວັດທະນະທຳ ຢູ່ ຫວຽດນາມ ຕ້ອງອີງໃສ່ພື້ນຖານວັດທະນະທຳຊົນຊາດຄືຈິດໃຈຊີ້ນຳຂອງທ່ານ      ເລຂາທິການໃຫຍ່ ຫງວຽນຝຸຈ້ອງ: ປະເທດໜຶ່ງ, ຊົນຊາດໜຶ່ງ ທີ່ມີພື້ນຖານອະລິຍະທຳ, ພື້ນຖານວັດທະນະທຳຄື ຫວຽດນາມ, ຕ້ອງມີຄວາມໝັ້ນໃຈທີ່ສຸດ ເພື່ອພັດທະນາກ່ຽວກັບອຸດສາຫະກຳວັດທະນະທຳ. ຖັດຈາກນັ້ນ, ຕ້ອງມີການປະດິດຄິດສ້າງ, ບັນດາການປະດິດຄິດສ້າງ, ສະພາບແວດລ້ອມແຫ່ງປະດິດຄິດສ້າງ ແລະ ບັນດາຜູ້ຄົນທີ່ມີຫົວຄິດປະດິດສ້າງ. ປະດິດຄິດສ້າງຕ້ອງມີຄວາມໄຫວພິບ ເພື່ອເໝາະສົມກັບທຸກສະພາບແວດລ້ອມ, ທຸກກໍລະນີ, ທຸກສະພາບການເພື່ອພັດທະນາ. ສຸດທ້າຍ, ທ່ານ ປ.ອ ເລຫ໋າຍບິ່ງ ຖືວ່າ ເພື່ອບັນລຸໄດ້ຕົວເລກ ປະກອບສ່ວນ 7% ເຂົ້າໃນ GDP ແລະ ຍິ່ງກ່ວານັ້ນ ແມ່ນເພື່ອປະກອບສ່ວນຢ່າງແທດຈິງເຂົ້າໃນການເພີ່ມທະວີກຳລັງແຮງຂອງປະເທດຊາດ ແລະ ມີທີ່ຕັ້ງສົມກັບບັນດາເປົ້າໝາຍຮອດປີ 2030, ປີ 2045, ແນ່ນອນວ່າ ວັດທະນະທຳ ແລະ ຂະແໜງອຸດສາຫະກຳ ວັດທະນະທຳຕ້ອງສືບຕໍ່ມານະພະຍາຍາມໃຫ້ຫຼາຍກ່ວານີ້ອີກ.
(ແຫຼ່ງຄັດຈາກ VOV)


top