ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ສະເໜີໃຫ້ OECD ຈົ່ງສືບຕໍ່ປຶກສາຫາລືກັບອົງການກວດກາລັດຖະບານຫວຽດນາມ ເພື່ອສ້າງເນື້ອໃນໜູນຊ່ວຍໃຫ້ເໝາະສົມ.

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ໃຫ້ການຕ້ອນຮັບທ່ານ Jeffrey Schlagenhauf
(ພາບ: TTXVN)
ຕອນເຊົ້າວັນທີ 06 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ ໄດ້ໃຫ້ການຕ້ອນຮັບທ່ານ Jeffrey Schlagenhauf, ຮອງເລຂານຸການໃຫຍ່ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ເນື່ອງໃນໂອກາດທ່ານມາຫວຽດນາມ ເຂົ້າຮ່ວມກອງປະຊຸມພາກພື້ນຄັ້ງທີ 10 ຂອງຂໍ້ລິເລີ່ມຕ້ານການສໍ້ລາດບັງຫຼວງພາກພື້ນອາຊີ - ປາຊີຟິກ.
ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ສະເໜີໃຫ້ OECD ຈົ່ງສືບຕໍ່ປຶກສາຫາລືກັບອົງການກວດກາລັດຖະບານຫວຽດນາມ ເພື່ອສ້າງເນື້ອໃນໜູນຊ່ວຍໃຫ້ເໝາະສົມ, ສຸມໃສ່ການສ້າງລະບອບລະບຽບການໃຫ້ສົມບູນແບບ, ນະໂຍບາຍ ແລະ ສ້າງກຳລັງຄວາມສາມາດປະຕິບັດກົດໝາຍ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ກໍ່ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ໂດຍສືບທອດໝາກຜົນທີ່ບັນລຸໄດ້, ລັດຖະບານຫວຽດນາມ ຈະມອບໃຫ້ອົງການກວດກາລັດຖະບານ ສືບຕໍ່ຕັ້ງໜ້າເຂົ້າຮ່ວມ, ພິເສດແມ່ນຊຸກຍູ້ການແບ່ງປັນບົດຮຽນ, ພຶດຕິກຳຕົວຈິງສາກົນທີ່ດີກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ; ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃນບັນດາຂົງເຂດສຳຄັນລະຫວ່າງປະເທດ, ເຂດແຂ້ວນສະມາຊິກຂໍ້ລິເລີມ…
(ແຫຼ່ງຄັດຈາກ VOV)