ຂ່າວສານ

ຊຸກຍູ້ການເຄື່ອນໄຫວຮັບປະກັນສິດຜົນປະໂຫຍດໃຫ້ແກ່ຊາວຜູ້ອອກແຮງງານທີ່ເຮັດວຽກຢູ່ຕ່າງປະເທດ

      ທ່ານຮອງລັດຖະມົນຕີ ຫງວຽນວັນແທງ ໃຫ້ຮູ້ວ່າ ເປົ້າໝາຍສັງເຂບໄລຍະ 2021 – 2025 ແມ່ນພັດທະນາຕະຫຼາດແຮງງານຢ່າງຄົບຊຸດ, ທັນສະໄໝ, ມີປະສິດທິຜົນດ້ວຍຄຸນນະພາບຊັບພະຍາກອນມະນຸດຕອບສະໜອງໄດ້ຕາມການພັດທະນາທີ່ວ່ອງໄວ, ຍືນຍົງ ແລະ ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ. 
ການເຮັດວຽກ (ພາບ: TTXVN)
      ຕອນບ່າຍວັນທີ 26 ພະຈິກ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຫງວຽນວັນແທງ ໄດ້ເຮັດວຽກກັບຫົວໜ້າບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ທີ່ຫາກໍໄດ້ຮັບການແຕ່ງຕັ້ງປີ 2021 ນີ້. ທ່ານຮອງລັດຖະມົນຕີ ຫງວຽນວັນແທງ ໃຫ້ຮູ້ວ່າ ເປົ້າໝາຍສັງເຂບໄລຍະ 2021 – 2025 ແມ່ນພັດທະນາຕະຫຼາດແຮງງານຢ່າງຄົບຊຸດ, ທັນສະໄໝ, ມີປະສິດທິຜົນດ້ວຍຄຸນນະພາບຊັບພະຍາກອນມະນຸດຕອບສະໜອງໄດ້ຕາມການພັດທະນາທີ່ວ່ອງໄວ, ຍືນຍົງ ແລະ ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ. ທ່ານຮອງລັດຖະມົນຕີ ຫງວຽນວັນແທງ ຖືວ່າ ກະຊວງການຕ່າງປະເທດ, ໂດຍສະເພາະແມ່ນຜູ້ເປັນຫົວໜ້າບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ຕ່າງປະເທດ ໄດ້ຊ່ວຍກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຮັບປະກັນຄວາມໝັ້ນຄົງໃນບັນຫາແຮງງານ, ວຽກເຮັດງານທຳ, ຮັບປະກັນສິດຜົນປະໂຫຍດໃຫ້ແກ່ຊາວຜູ້ອອກແຮງງານຫວຽດນາມ ຢູ່ຕ່າງປະເທດ. ໃນໄລຍະຈະມາເຖິງ, ສະພາບການໂລກລະບາດໂຄວິດ - 19 ຈະມີການຜັນແປຢ່າງສັບສົນ ແລະ ຈະປະສົບກັບຄວາມຫຍຸ້ງຍາກສ່ວນໃດສ່ວນໜຶ່ງ, ສະນັ້ນ, ທ່ານຮອງລັດຖະມົນຕີ ຫງວຽນວັນແທັງ ຫວັງວ່າ ບັນດາອົງການທີ່ກ່ຽວຂ້ອງເຖິງສອງກະຊວງ ກໍຄືຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ຕ່າງປະເທດ ຈະພະຍາຍາມຫຼາຍກວ່າອີກເພື່ອປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ບັນລຸໝາກຜົນສູງສຸດ.
(ແຫຼ່ງຄັດຈາກ VOV)
 


top