ຂ່າວສານ

ຊຸກຍູ້ການເຄື່ອນໄຫວຮັກສາສັນຕິພາບຂອງ ຫວຽດນາມ ນັບມື້ນັບເປັນມືອາຊີບ

      ທ່ານພົນໂທ ຮວ່າງຊວນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮຽກຮ້ອງນາຍທະຫານ 12 ຄົນ ໄດ້ຮັບໜ້າທີ່ເດີນທາງໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສະຫະປະຊາຊາດ ສືບຕໍ່ເຊື່ອມຊຶມ, ກຳແໜ້ນແນວທາງການຕ່າງປະເທດຂອງພັກ, ປະເທດຊາດ
ພິທີມອບຂໍ້ຕົກລົງຂອງປະທານປະເທດໃຫ້ແກ່ນາຍທະຫານ 12 ຄົນ
(ພາບ: VGP)
      ໃນຕອນເຊົ້າຂອງວັນທີ 22 ພະຈິກ, ຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດພິທີມອບຂໍ້ຕົກລົງຂອງປະທານປະເທດໃຫ້ແກ່ນາຍທະຫານ 12 ຄົນ ປະຕິບັດໜ້າທີ່ຮັກສາສັນຕິພາບຢູ່ ສ.ຊູດັງໃຕ້ (UNMISS)  ແລະ ສ:ອາຟຣິກາກາງ (MINUSCA).
          ໃນພິທີ, ທ່ານພົນໂທ ຮວ່າງຊວນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮຽກຮ້ອງນາຍທະຫານ 12 ຄົນ ໄດ້ຮັບໜ້າທີ່ເດີນທາງໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສະຫະປະຊາຊາດ ສືບຕໍ່ເຊື່ອມຊຶມ, ກຳແໜ້ນແນວທາງການຕ່າງປະເທດຂອງພັກ, ປະເທດຊາດ, ກອງທັບເພື່ອຊຸກຍູ້ການເຄື່ອນໄຫວດ້ານມະນຸດສະທຳ, ເຂົ້າຮ່ວມຂະບວນການເຄື່ອນໄຫວຮັກສາສັນຕິພາບ ເປັນພື້ນຖານເພື່ອໃຫ້ກອງທັບນຳເອົາຮູບແບບການເຄື່ອນໄຫວຮັກສາສັນຕິພາບ ສະຫະປະຊາຊາດຕື່ມອີກໃນໄລຍະທີ່ຈະມາເຖິງ. ປະຕິບັດໜ້າທີ່ມອບໝາຍໃຫ້ເປັນຢ່າງດີ, ຊຸກຍູ້ການເຄື່ອນໄຫວຮັກສາສັນຕິພາບ ຂອງ ຫວຽດນາມ ນັບມື້ນັບເປັນມືອາຊີບ, ບັນລຸປະສິດທິຜົນກ່ວາອີກ.
(ແຫຼ່ງຄັດຈາກ VOV)


top