ຂ່າວສານ

ຊຸກຍູ້ການເຂົ້າຮ່ວມຂອງ ອາຊຽນ ໃນລະບົບມູນຄ່າທົ່ວໂລກໄລຍະຫຼັງ ໂຄວິດ - 19

      ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ Satvinder Singh ຮອງເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບປະຊາຄົມເສດຖະກິດ (AEC) ໄດ້ເນັ້ນໜັກວ່າ ລະບົບມູນຄ່າທົ່ວໂລກພວມປ່ຽນແປງຕາມທິດທາງ ທີ່ມີລັກສະນະພາກພື້ນ ແລະ ເປັນຫຼາຍຮູບແບບກ່ວາ.
ພາບປະກອບ:  twitter
      ວັນທີ 5 ພຶດສະພາ, ຄະນະເລຂາອາຊຽນ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ຫັນສິ່ງທ້າທາຍກາຍເປັນກາລະໂອກາດ” ໂດຍມີການເຂົ້າຮ່ວມຂອງ ອາຊຽນ ໃນລະບົມມູນຄ່າທົ່ວໂລກ ໃນໄລຍະຫຼັງໂຄວິດ - 19. ເຫດການດັ່ງກ່າວດຶງດູດໄດ້ການເຂົ້າຮ່ວມຂອງ ຜູ້ຕາງໜ້າ 21 ອົງການອາຊຽນ ແຫ່ງ ຈາກບັນດາເສົາຄ້ຳເສດຖະກິດ ແລະ ວັດທະນະທຳ - ສັງຄົມ.
        ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ Satvinder Singh ຮອງເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບປະຊາຄົມເສດຖະກິດ (AEC) ໄດ້ເນັ້ນໜັກວ່າ ລະບົບມູນຄ່າທົ່ວໂລກພວມປ່ຽນແປງຕາມທິດທາງ ທີ່ມີລັກສະນະພາກພື້ນ ແລະ ເປັນຫຼາຍຮູບແບບກ່ວາ. ເລື່ອງເພີ່ມທະວີການເຂົ້າຮ່ວມ ເຂົ້າລະບົບມູນຄ່າ ຈະຊ່ວຍໃຫ້ບັນດາພື້ນຖານເສດຖະກິດ ອາຊຽນ ມີການຟື້ນຟູແບບຍືນຍົງ ແລະ ອາຊຽນມີໂອກາດທີ່ດີ ເພື່ອບັນລຸໄດ້ບັນດາຜົນປະໂຫຍດຈາກທ່າອ່ຽງທີ່ຫາກໍ່ພົ້ນເດັ່ນຂຶ້ນນີ້.
        ສ່ວນທ່ານ Jon Lambe ເອກອັກຄະລັດຖະທູດ ອັງກິດ ປະຈຳ ອາຊຽນ ຊີ້ແຈ້ງວ່າ ບັນດາຂົງເຂດຈຸດສຸມຂອງ AEC ໃນປີນີ້ ຄື ການຟື້ນຟູ, ຫັນເປັນດີຈີຕອນ ແລະ ຍືນຍົງ ແມ່ນບັນດາບຸລິມະສິດ ທີ່ໄດ້ຮັບການແບ່ງປັນຈາກ ປະເທດນີ້. ພ້ອມກັບ ອາຊຽນ, ອັງກິດ ບໍ່ພຽງແຕ່ຈະຜ່ານຜ່າໂລກລະບາດໂຄວິດ - 19 ເທົ່ານັ້ນ ຫາກຍັງຈະຊຸກຍູ້ການຟື້ນຟູຢ່າງຮອບດ້ານ ແລະ ຍືນຍົງໂດຍໄວອີກດ້ວຍ.  
(ແຫຼ່ງຄັດຈາກ VOV)


top