ຂ່າວສານ

ຊຸກຍູ້ການຮ່ວມມືເສດຖະກິດ - ການຄ້າ ລະຫວ່າງ St.Petersburg ແລະ ຫວຽດນາມ

      ໃນຂອບເຂດເວທີປາໄສປ່ຽນແປງໃໝ່ສາກົນ St.Petersburg ຄັ້ງທີ XIV ຖືກດຳເນີນແຕ່ວັນທີ 10 – 12 ພະຈິກ, ອຳນາດການປົກຄອງນະຄອນໄດ້ສົມທົບກັບຝ່າຍ ຫວຽດນາມ ຈັດຕັ້ງກອງປະຊຸມດຳເນີນທຸລະກິດກ່ຽວກັບການພັດທະນາການຮ່ວມມືເສດຖະກິດ - ການຄ້າ ລະຫວ່າງ St.Petersburg ກັບທ້ອງຖິ່ນຕ່າງໆຂອງ ຫວຽດນາມ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ດັ້ງມິງຄອຍ
      ກ່າວຄຳເຫັນເຊື່ອມຕໍ່ຈາກທາງໄກ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ດັ້ງມິງຄອຍ ຢືນຢືນວ່າ ກອງປະຊຸມຄັ້ງນີ້ຈະປະກອບສ່ວນຊ່ວຍວິສາຫະກິດ St.Petersburg ແລະ ຫວຽດນາມ ສືບຕໍ່ຊອກຮູ້ກ່ຽວກັບຄວາມຕ້ອງການ ແລະ ທ່າແຮງຂອງກັນ, ຜ່ານນັ້ນ ເປີດໂອກາດຮ່ວມມືໃນຂົງເຂດໃໝ່, ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ ລະຫວ່າງ ຫວຽດນາມ - ລັດເຊຍ. ນີ້ກໍແມ່ນບາດກ້າວກະກຽມທີ່ແທດຈິງແກ່ການຢ້ຽມຢາມ ສະຫະພັນລັດເຊຍ ຂອງປະທານປະເທດ ຫວຽດນາມ ຄັ້ງຈະມາເຖິງ, ກໍຄືຜັນຂະຫຍາຍໝາກຜົນກອງປະຊຸມຄັ້ງທີ 23 ຂອງ ຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ - ສະຫະພັນ ລັດເຊຍ ຢ່າງມີປະສິດທິຜົນ.  
        ທີ່ກອງປະຊຸມ, ຜູ້ແທນໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງ ສະຖາບັນເຕັກນິກເຂດຮ້ອນ ສັງກັດ ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ, ສະຖາບັນແພດສາດ Sergei Berezin ແລະ ຄະນະກຳມະການພົວພັນຕ່າງປະເທດນະຄອນ St.Petersburg ກ່ຽວກັບການສ້າງຕັ້ງສູນຄົ້ນຄວ້າເຕັກໂນໂລຢີ ຊີວະການແພດ ລັດເຊຍ - ຫວຽດນາມ ຢູ່ ຫວຽດນາມ.
(ແຫຼ່ງຄັດຈາກ VOV)


top