ຂ່າວສານ

ຊຸກຍູ້ການຮ່ວມມືເພື່ອປົກປັກຮັກສາແມ່ນ້ຳຂອງ

      ຕອນບ່າຍວັນທີ 28 ມິຖຸນາ ຢູ່ຮ່າໂນ້ຍ, ສູນຄົ້ນຄວ້າ ສະຕິມຊອນ, ອົງການອະນຸລັກທຳມະຊາດສາກົນ ໄດ້ສົມທົບກັບສະຖານທູດອາເມລິກາ ຈັດຕັ້ງການໂອ້ລົມສົນທະນາ ຊຸກຍູ້ການຮ່ວມມືເພື່ອປົກປັກຮັກສາແມ່ນ້ຳຂອງແນໃສ່ຍົກອອກບັນດາວິທີການສຳຜັດກັບແຜນການກຳນົດພະລັງງານບັນດາປະເທດອ່າງແມ່ນ້ຳຂອງຢ່າງສະຫຼາດກວ່າ ແລະສົມທົບພະລັງງານຜະລິດຄືນໃໝ່ໃຫ້ກວ້າງຂວາງໄປທົ່ວພາກພື້ນແມ່ນ້ຳຂອງ

ພາບປະກອບ
      ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ຍົກອອກບັນດາວິວັດທະນາການເຊື່ອມຕໍ່ກັບເຂດອ່າງແມ່ນ້ຳຂອງ, ການຮ່ວມມືລະຫວ່າງສະຖາບັນການຕ່າງປະເທດຫວຽດນາມ, ອົງການອະນຸລັກທຳມະຊາດສາກົນ ແລະສູນຄົ້ນຄວ້າ ສະຕິມຊອນ. ລາຍລະອຽດ, ໂຄງການຈະສະໜອງຂໍ້ມູນຂ່າວສານໃຫ້ບັນດາອົງການຄຸ້ມຄອງລັດຂອງຫວຽດນາມ ແລະບັນດາຝ່າຍທີ່ກ່ຽວຂ້ອງ ກ່ຽວກັບກາລະໂອກາດ, ເຄື່ອງມືທີ່ສາມາດນຳໃຊ້ເຂົ້າໃນແຜນການ ເພື່ອຫັນການນຳໃຊ້ ນ້ຳ-ພະລັງງານ ໃຫ້ໄດ້ຫຼາຍທີ່ສຸດ, ຫຼຸດຜ່ອນບັນດາຜົນກະທົບຫຍໍ້ທໍ້; ສ້າງຂອບເຂດການເຈລະນາ, ສ້າງກຸ່ມປະຕິບັດງານ ລະຫວ່າງກະຊວງ ລວມມີຜູ້ປະຕິບັດແຜນການຍຸດທະສາດ ນ້ຳ-ພະລັງງານ, ການຮ່ວມມືກັບລາວ ແລະກຳປູເຈຍ ຢູ່ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອແນໃສ່ສ້າງ, ປະຕິບັດຍຸດທະສາດການຮ່ວມມື ນ້ຳ-ພະລັງງານ ຂ້າມຊາຍແດນ.
 (ແຫຼ່ງຄັດຈາກ VOV)
 


top