ຂ່າວສານ

ຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ການາດາ

ກ່ຽວກັບການຮ່ວມມືຫຼາຍຝ່າຍ, 2 ຝ່າຍໄດ້ແບ່ງປັນທັດສະນະຮັກສາສັນຕິພາບ, ສະຖຽນລະພາບບົນພື້ນຖານກົດໝາຍສາກົນ, ຊຸກຍູ້ຜົນປະໂຫຍດອັນຊອບທຳ, ເປັນທຳບົນພື້ນຖານເຄົາລົບກົດໝາຍສາກົນ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີການາດາ Justin Trudeau. (ພາບ: TTXVN)

ວັນທີ 02 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ມີການພົບປະ 2 ຝ່າຍກັບທ່ານນາຍົກລັດຖະມົນຕີການາດາ Justin Trudeau. ທີ່ການພົບປະ, 2 ຝ່າຍໄດ້ເປັນເອກະພາບຊຸກຍູ້ການຮ່ວມມືດ້ານການເມືອງ, ການທູດ, ເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນ. ກ່ຽວກັບດ້ານເສດຖະກິດ, 2 ຝ່າຍໄດ້ເຫັນດີຕັ້ງໜ້າຜັນຂະຫຍາຍ ແລະ ເສີມຂະຫຍາຍສັນຍາ CPTPP ຢ່າງມີປະສິດທິຜົນ, ສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເຖິງກວ່າ 8 ຕື້ USD. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ ການາດາ ເປີດປະຕູຕະຫຼາດໃຫ້ແກ່ສິນໃນນ້ຳ ແລະ ຜະລິດຕະພັນກະເສດ ຫວຽດນາມ, ພ້ອມກັນນັ້ນ, ປາດຖະໜາວ່າ ວິສາຫະກິດ ການາດາ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດຂຽວ, ເສດຖະກິດດີຈີຕອນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…

        ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີນຳກັນວ່າ ຄວນຊຸກຍູ້ການເຈລະຈາຮັບຮອງວີຊາຂຽວ ແລະ ໜັງສືຜ່ານແດນວັກຊິນຂອງກັນ; ທ່ານສະເໜີໃຫ້ ການາດາ ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢ່າງມີສະຖຽນລະພາບຢູ່ ການາດາ.

        ກ່ຽວກັບການຮ່ວມມືຫຼາຍຝ່າຍ, 2 ຝ່າຍໄດ້ແບ່ງປັນທັດສະນະຮັກສາສັນຕິພາບ, ສະຖຽນລະພາບບົນພື້ນຖານກົດໝາຍສາກົນ, ຊຸກຍູ້ຜົນປະໂຫຍດອັນຊອບທຳ, ເປັນທຳບົນພື້ນຖານເຄົາລົບກົດໝາຍສາກົນ ເພື່ອສັນຕິພາບ, ຫວັດທະນາຖາວອນລວມ.

        ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກໍ່ໄດ້ມີການພົບປະກັບນາຍົກລັດຖະມົນຕີ ສ.ເຊັກໂກ, ປະທານາທິບໍດີ ສ.ອາກເມນີ, ປະທານາທິບໍດີ ຊຳບີ…

(ແຫຼ່ງຄັດຈາກ VOV)


top