ຂ່າວສານ

ຊຸກຍູ້ການຮ່ວມມືລະຫວ່າງແຂວງ ໜອງບົວ ລຳພູ ຂອງໄທ ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ

ທ່ານ ເອກອັກຄະລັດຖະທູດຟານຈີ໊ແທັ່ງ ສະເໜີໃຫ້ອຳນາດການປົກຄອງແຂວງ ໜອງບົວ ລຳພູ ແຕ່ງຕັ້ງຄະນະໄປຊອກຫາ, ເຊື່ອມຕໍ່ການຮ່ວມມືກັບບັນດາທ້ອງຖິ່ນທີ່ມີລັກສະນະທີ່ຄ້າຍຄືກັນຂອງ ຫວຽດນາມ
ທ່ານເອກອັກຄະລັດຖະທູດ ຟານຈີ໊ແທັ່ງ ແລະ ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຂວງ ໜອງບົວ ລຳພູ

ໃນຂອບເຂດການປະຕິບັດງານຢູ່ເຂດອີສານປະເທດ ໄທ, ວັນທີ 24 ກຸມພາ, ທ່ານ ຟານຈີ໊ແທັ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ, ມີການເຮັດວຽກກັບທ່ານ ສຸວິດ ຈັນວອນ, ເຈົ້າແຂວງ ແຂວງ ໜອງບົວ ລຳພູ. ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການພົວພັນດ້ານການເມືອງ - ການຕ່າງປະເທດ; ເສດຖະກິດ, ການຄ້າ, ການລົງທຶນລະຫວ່າງສອງປະເທດ, ກໍ່ຄືຄວາມຕ້ອງການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດໃນໄລຍະຜ່ານມາ ແລະ ມຸ່ງໄປເຖິງການສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (2013 – 2023).

ທ່ານ ເອກອັກຄະລັດຖະທູດຟານຈີ໊ແທັ່ງ ສະເໜີໃຫ້ອຳນາດການປົກຄອງແຂວງ ໜອງບົວ ລຳພູ ແຕ່ງຕັ້ງຄະນະໄປຊອກຫາ, ເຊື່ອມຕໍ່ການຮ່ວມມືກັບບັນດາທ້ອງຖິ່ນທີ່ມີລັກສະນະທີ່ຄ້າຍຄືກັນຂອງ ຫວຽດນາມ, ຄົ້ນຄ້ວາຄວາມສາມາດເຊື່ອມຕໍ່ກັບບາງແຂວງໃກ້ຄຽງໃນພາກອີສານ ໄທ ຄື ອຸດອນ ທານີ ເພື່ອໃຫ້ບັນດາບໍລິສັດທ່ອງທ່ຽວຢູ່ແຂວງ ຈັດລາຍການທ່ອງທ່ຽວໃຫ້ແກ່ຊາວ ໄທ ມາຢ້ຽມຢາມ ຫວຽດນາມ.

ສ່ວນທ່ານ ສຸວິດ ຈັນວອນ, ເຈົ້າແຂວງ ແຂວງ ໜອງບົວ ລຳພູ ມີຄວາມສົນໃຈຕໍ່ການ ຮ່ວມມືກັບແຂວງ ກ໋ວາງຈິ, ເງະອານ ແລະ ບາງທ້ອງຖິ່ນທາງພາກກາງຂອງ ຫວຽດນາມ. ທ່ານ ສຸວິດ ຈັນວອນ ຕີລາຄາສູງບາງວິສາຫະກິດ ຫວຽດນາມ ດຳເນີນທຸລະກິດທີ່ປະສົບຜົນສຳເລັດໃນບໍລິເວນແຂວງ ແລະ ມີການປະກອບສ່ວນລວມເຂົ້າໃນການພັດທະນາເສດຖະກິດ, ສັງຄົມຂອງແຂວງ. ຍາມໃດແຂວງກໍ່ຖືເປັນສຳຄັນ ແລະ ສະໜັບສະໜູນປະຊາຄົມຊາວ ໄທ ເຊື້ອຊາດ ຫວຽດນາມ ດຳລົງຊີວິດ, ເຮັດວຽກໃນບໍລິເວນແຂວງ.


top