ຂ່າວສານ

ຊຸກຍູ້ການຮ່ວມມືພັດທະນາເສດຖະກິດ ຫວຽດນາມ - ລັດເຊຍ

ຕອນເຊົ້າວັນທີ 12 ມີນາ ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈີ້ງດີງຢູງ ໄດ້ຕ້ອນຮັບທ່ານ Leonid Ivanovich Kalashnikov ກຳມະການຄະນະປະທານ, ເລຂາທິການສູນກາງພັກກອມມູນິດ ສະຫະພັນລັດເຊຍ, ຫົວຫນ້າກຳມາທິການບັນດາບັນຫາກ່ຽວກັບກຸ່ມ SNG, ຮ່ວມສຳພັນ ອາຊີ - ເອີລົບ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

 
ທ່ານ ຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ຕ້ອນຮັບທ່ານ Leonid Ivanovich Kalashnikov
ເລຂາທິການສູນກາງພັກກອມມູນິດ ສະຫະພັນລັດເຊຍ

ພາບ: VGP/Nhật Bắc

ກ່າວຄຳເຫັນນະທີ່ນີ້ ທ່ານ ຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ຢືນຢັນ: ຫວຽດນາມ ຍາມໃດກໍ່ຈົດຈຳການຊ່ວຍເຫລືອຂອງ ໂຊວຽດເກົ່າ, ປະເທດລັດເຊຍ ປະຈຸບັນ ໃນການຕໍ່ສູ້ຍາດເອົາເອກະລາດ, ສ້າງສາປະເທດຊາດ ກ່ອນນີ້ກໍ່ຄືປະຈຸບັນ. ຕາມທ່ານຮອງນາຍົກລັດຖະມົນຕີ ແລ້ວ, ບັນດາບາດກ້າວເຕີບໂຕຜ່ານມາ ແມ່ນມີຄວາມປະທັບໃຈແຕ່ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນ ແລະ ຄວາມປາດຖະຫນາຂອງແຕ່ລະຝ່າຍ, ສະນັ້ນ ສອງຝ່າຍຄວນສືບຕໍ່ມານະພະຍາຍາມ, ສ້າງເງື່ອນໄຂສະດວກກວ່າອີກໃຫ້ແກ່ການພັດທະນາຮອບດ້ານຂອງການຮ່ວມມືເສດຖະກິດສອງຝ່າຍ.

ສ່ວນທ່ານ Leonid Ivanovich Kalashnikov ໃຫ້ຮູ້ວ່າ: ລັດເຊຍ ປາດຖະຫນາຢາກເພີ່ມທະວີການຮ່ວມມືກັບຫວຽດນາມ ໃນທຸກຂົງເຂດ, ເປັນຕົ້ນແມ່ນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການແລກປ່ຽນວັດທະນະທຳ, ການສຶກສາ, ພົບປະແລກປ່ຽນປະຊາຊົນ.

(ແຫຼ່ງຄັດຈາກ VOV)



top