ຂ່າວສານ

ຊຸກຍູ້ການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງລະຫວ່າງ ຫວຽດນາມ ແລະ ລາວກວ່າອີກ

ຕອນບ່າຍວັນທີ 11 ພຶດສະພາ, ຢູ່ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ, ທ່ານ ລັດຖະມົນຕີ ຫງວຽນກີມມເຊີນ ໄດ້ໃຫ້ການຕ້ອນຮັບ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາ ແລະ ກິລາ ລາວ ເນື່ອງໃນໂອກາດທີ່ ທ່ານ ພ້ອມດ້ວຍຄະນະ ເດີນທາງມາເຂົ້າຮ່ວມງານມະຫາກຳກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ.
  ການນຳສອງກະຊວງຖ່າຍຮູບເປັນທີ່ລະນຶກ (ພາບ: ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ)  

 ເນັ້ນໜັກເຖິງການພົວພັນລະຫວ່າງສອງປະເທດຫວຽດນາມ - ລາວ, ທ່ານລັດຖະມົນຕີ ຫງວຽນກີມເຊີນ ຢືນຢັນວ່າ ການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງ, ວິທະຍາສາດ ແລະ ເຕັກໂນໂລຊີແມ່ນພົ້ນເດັ່ນທີ່ສຸດໃນການພົວພັນມິດຕະພາບນີ້. ໃນນັ້ນ 2 ຝ່າຍມີແຜນຮ່າງ “ຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມື ຫວຽດນາມ - ລາວ ໃນຂົງເຂດການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ໄລຍະ 2021 – 2030”.

ປີ 2022 ເປັນຂີດໝາຍ 60 ປີ ແຫ່ງການສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ລາວ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບແລະການຮ່ວມມືລະຫວ່າງ 2 ປະເທດ, ໃນຂົງເຂດການສຶກສາຈະມີການເຄື່ອນໄຫວຫຼາຍຢ່າງໄດ້ຈັດຕັ້ງຂຶ້ນເພື່ອຮັບຕ້ອນສອງເຫດການທີ່ສຳຄັນນີ້ຄື: ງານວາງສະແດງການສຶກສາ ຫວຽດນາມ ຢູ່ ລາວ ເຊິ່ງຄາດວ່າຈະດຳເນີນໃນເດືອນກັນຍາ; ຕ້ອນຮັບຄະນະນັກສຶກສາລາວ 100 ຄົນ ມາຢ້ຽມຢາມ ສສ ຫວຽດນາມ; ຈັດການແຂ່ງຂັນບັນລະຍາດ້ວຍພາສາຫວຽດ ໃຫ້ແກ່ນັກສຶກສາລາວທີ່ກຳລັງຮ່ຳຮຽນຢູ່ ຫວຽດນາມ... ລັດຖະມົນຕີທັງສອງທ່ານໄດ້ເຫັນດີ ຈະສົມທົບກັນຢ່າງແໜ້ນແຟ້ນເພື່ອກະກຽມໃຫ້ແກ່ການເຄື່ອນໄຫວດັ່ງກ່າວໃຫ້ເປັນຢ່າງດີ.


top