ຂ່າວສານ

ຊຸກຍູ້ການຮ່ວມມື ອາຊຽນ + 3, ມຸ່ງໄປເຖິງການສ້າງປະຊາຄົມ ອາຊີຕາເວັນອອກ ໂດຍ ອາຊຽນ ເປັນເຈົ້າພາທາງ

      ກອງປະຊຸມສຸດຍອດ ອາຊຽນ + 3 (ລວມມີ ອາຊຽນ ແລະ 3 ປະເທດຄູ່ຮ່ວມມື ແມ່ນ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ຖືກດຳເນີນໃນວັນທີ 27 ຕຸລາ ຕາມຮູບການທາງໄກ ໄດ້ອອກຖະແຫຼງການປະທານ, ໃນນັ້ນໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມື ອາຊຽນ + 3, ມຸ່ງໄປເຖິງເປົ້າໝາຍສ້າງປະຊາຄົມ ອາຊີ ຕາເວັນອອກ ໂດຍ ອາຊຽນ ເປັນເຈົ້າພາທາງ.
ກອງປະຊຸມສຸດຍອດ ອາຊຽນ + 3  ຖືກດຳເນີນໃນວັນທີ 27 ຕຸລາ ຕາມຮູບການທາງໄກ (ພາບ: TTXVN)
      ຖະແຫຼງໄດ້ຮັບຮູ້ເຖິງຄວາມສຳຄັນຂອງ ອາຊຽນ + 3 ໃນການຮັກສາ ແລະ ເພີ່ມທະວີການສ້າງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາຢູ່ ອາຊີຕາເວັນອອກ; ຢັ້ງຢືນຄືນຄຳໝັ້ນສັນຍາເພີ່ມທະວີການສົນທະນາ ແລະ ການຮ່ວມມືຕ້ານອາດຊະຍາກຳຂ້າມຊາດ ແລະ ແກ້ໄຂບັນຫາຄວາມໝັ້ນຄົງແບບໃໝ່.
        ກອງປະຊຸມກໍໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການກຳນົດສິ່ງທ້າທາຍ ແລະ ກາລະໂອກາດໃນສະພາບການບັນດາພື້ນຖານເສດຖະກິດໃນພາກພື້ນພວມກະກຽມແກ່ການກຳເນີດ ແລະ ຍາດແຍ່ງການປະຕິວັດອຸດສາຫະກຳຄັ້ງທີ 4 (4IR) ເໝືອນດັ່ງເຄື່ອງມືເພື່ອຊຸກຍູ້ການຟື້ນຟູເສດຖະກິດ ອາຊຽນ + 3; ໃຫ້ຄຳໝັ້ນສັນຍາປະຕິບັດບັນດາຂົງເຂດບຸລິມະສິດຂອງການຮ່ວມມືທາງດ້ານສາທາລະນະສຸກ ອາຊຽນ + 3 ແລະ ເນັ້ນໜັກເຖິງຄວາມສຳຄັນຂອງການແລກປ່ຽນວັດທະນະທຳ ແລະ ພົວພັນແລກປ່ຽນປະຊາຊົນ ແນໃສ່ຍົກສູງຄວາມຮັບຮູ້ ແລະ ຊຸກຍູ້ຄວາມເຂົ້າໃຈກ່ຽວກັບວັດທະນະທຳ ແລະ ສີສັນ ອາຊຽນ ໃນພາກພື້ນ.
        ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ການນຳ ອາຊຽນ + 3 ຮຽກຮ້ອງໃຫ້ ມຽນມາ ປະຕິບັດຄຳໝັ້ນສັນຍາສຳລັບຄວາມເຫັນດີເຫັນພ້ອມ 5 ຂໍ້ ທີ່ບັນລຸໄດ້ໃນກອງປະຊຸມການນຳ ອາຊຽນ ໃນວັນທີ 24 ເມສາ ຜ່ານມາ ໃຫ້ທັນການ ແລະ ຄົບຖ້ວນ; ຢັ້ງຢືນຄືນການສະໜັບສະໜູນຕໍ່ມາດຕະການທາງການທູດ ແລະ ການເຈລະຈາ ແນໃສ່ການສ້າງແຫຼມເກົາຫຼີໃຫ້ປອດນິວເຄຼຍ ໂດຍສົມບູນ ແລະ ສ້າງພື້ນຖານສັນຕິພາບແບບຍາວນານໃນແຫຼມເກົາຫຼີ.  
(ແຫຼ່ງຄັດຈາກ VOV)


top