ຂ່າວສານ

ຊຸກຍູ້ການສົ່ງອອກສິນໃນນ້ຳໄປຍັງອົດສະຕາລີ

      8 ທັນວາ, ຢູ່ນະຄອນ ຊິດນີ,  ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເມີ້ນ ໄດ້ໃຫ້ການຕ້ອນຮັບທ່ານ Norman Grant ປະທານສະຫະສະມາຄົມນຳເຂົ້າສິນໃນນ້ຳອົດສະຕາລີ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ອົດສະຕາລີແຕ່ວັນທີ 6 ຫາວັນທີ 10 ທັນວາ

ທ່ານປະທານສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເມີ້ນ ແລະທ່ານ Norman Grant
ປະທານສະຫະສະມາຄົມນຳເຂົ້າ     ສິນໃນນ້ຳອົດສະຕາລີ 
      ທີ່ການຕ້ອນຮັບ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເມີ້ນ ໃຫ້ຮູ້ວ່າ ແນວໂຮມປະເທດຊາດຫວຽດນາມຈະສົມທົບກັບບັນດາອົງການທີ່ກ່ຽວຂ້ອງຈັດກອງປະຊຸມເຈລະຈາເພື່ອຊຸກຍູ້ການສົ່ງອອກສິນໃນນ້ຳໄປຍັງອົດສະຕາລີ. ລະຫວ່າງວິສາຫະກິດຫວຽດນາມ 100 ແຫ່ງກັບ ສະຫະສະມາຄົມນຳເຂົ້າສິນໃນນ້ຳອົດສະຕາລີ. ທ່ານ ເຈີນແທງເມີ້ນ ສະແດງຄວາມເຊື້ອໝັ້ນວ່າ ໃນໄລຍະທີ່ຈະມາເຖິງ, ບັນດາປະເພດສິນໃນນ້ຳສົ່ງອອກຂອງຫວຽດນາມຈະນັບມື້ນັບມີຄຸນນະພາບສູງ, ພວມສາມາດຕອບສະໜອງຕາມຄວາມຕ້ອງການຢ່າງເຄັ່ງຄັດຂອງບັນດາຕະຫຼາດໃນໂລກ, ໃນນັ້ນມີອົດສະຕາລີ.
    ສ່ວນທ່ານ Norman Grant ປະທານສະຫະສະມາຄົມນຳເຂົ້າສິນໃນນ້ຳອົດສະຕາລີ ຫວັງວ່າ ແນວໂຮມປະເທດຊາດຫວຽດນາມ ຈະປະກອບສ່ວນຕິດຕາມກວດກາບັນດາວິສາຫະກິດ ສິນໃນນ້ຳປະຕິບັດບັນດາຂັ້ນຕອນການລ້ຽງ, ຜະລິດສິນໃນນ້ຳເພື່ອຮັບປະກັນຄວາມປອດໄພດ້ານສະບຽງອາຫານກ່ອນທີ່ຈະສົ່ງອອກ. 
ແຫຼ່ງຄັດຈາກ VOV

top