ຂ່າວສານ

ຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ

ບັນດານັກຊ່ຽວຊານເສດຖະກິດກໍ່ໄດ້ແບ່ງປັນບົດຮຽນປະສົບການໃນການປະຕິຮູບ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຕາມແຕ່ລະໄລຍະ, ໃນນັ້ນໄດ້ເນັ້ນໜັກເຖິງເນື້ອໃນຈິດໃຈຮັບຜິດຊອບຂອງການນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ.
  ບັນດາວິສາຫະກິດເກິ່ນເທີ ຟື້ນຟູການຜະລິດພາຍຫຼັງໂຄວິດ - 19 (ພາບ: TTXVN)  

 ກອງປະຊຸມຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ ໂດຍສະຖາບັນຄົ້ນຄ້ວາບໍລິຫານເສດຖະກິດສູນກາງ, ກະຊວງແຜນການ ແລະ ການລົງທຶນເປັນເຈົ້າພາບຈັດຕັ້ງໃນຕອນເຊົ້າວັນທີ 3 ມີນາຢູ່ຮ່າໂນ້ຍ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບມະຕິຂອງລັດຖະບານ ວ່າດ້ວຍການຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ, ແນໃສ່ຍົກອອກບັນດາມາດຕະການລະອຽດ ເພື່ອປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດໃນການແກ້ງແຍ່ງ ແຫ່ງຊາດໃນປີ 2022.

ບັນດານັກຊ່ຽວຊານເສດຖະກິດກໍ່ໄດ້ແບ່ງປັນບົດຮຽນປະສົບການໃນການປະຕິຮູບ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຕາມແຕ່ລະໄລຍະ, ໃນນັ້ນໄດ້ເນັ້ນໜັກເຖິງເນື້ອໃນຈິດໃຈຮັບຜິດຊອບຂອງການນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ. ບັນດາຜູ້ແທນໄດ້ເນັ້ນໜັກວ່າ ໃນສະພາບການວິສາຫະກິດພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນໂລກລະບາດໂຄວິດ - 19, ບັນດາຄວາມມານະພະຍາຍາມກ່ຽວກັບການປະຕິຮູບ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ໄດ້ສ້າງຄວາມຫວັງໄວ້ວ່າ ຈະເປັນວິທີການແກ້ໄຂທີ່ບໍ່ໄດ້ໃຊ້ເງິນຢ່າງມີປະສິດທິຜົນ ແລະ ມີລັກສະນະຍືນຍົງ, ເປັນການໜູນຊ່ວຍຢ່າງມີປະສິດທິຜົນໃຫ້ແກ່ວິສາຫະກິດໃນການຟື້ນຟູ ແລະ ພັດທະນາ, ຜ່ານນັ້ນປະກອບສ່ວນປະຕິບັດສຳເລັດມະຕິຂອງລັດຖະບານວ່າດ້ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ແລະ ຜັນຂະຫຍາຍມະຕິຂອງສະພາແຫ່ງຊາດວ່າດ້ວຍນະໂຍບາຍການເງິນ, ເງິນຕາໜູນຊ່ວຍໂຄງການ.



top