ຂ່າວສານ

ຊຸກຍູ້ການພົວພັນເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ອີຢູ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ສະເໜີໃຫ້ບັນດານັກລົງທຶນ ອີຢູ ສືບຕໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ສຸມໃສ່ 3 ກຳລັງໜູນພັດທະນາ
  ທ່ີການພົບປະ (ພາບ: VGP)  

ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານ ຫວຽດນາມ - ສະຫະພາບ ເອີລົບ (ອີຢູ), ກໍຄືການພົວພັນກັບບັນດາປະເທດສະມາຊິກ; ຍາມໃດກໍ່ສະໜັບສະໜູນເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ອາຊຽນ ແລະ ອີຢູ ເລິກເຊິງກວ່າເກົ່າ. ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ທີ່ການຕ້ອນຮັບຄະນະສະພາວິສາຫະກິດ ອີຢູ - ອາຊຽນ ແລະ ສະມາຄົມວິສາຫະກິດ ອີຢູ ປະຈຳ ຫວຽດນາມ (EuroCham) ໃນຕອນບ່າຍວັນທີ 14 ກຸມພາ, ຢູ່ສຳນັກງານລັດຖະບານ. ການພົບປະເພື່ອແລກປ່ຽນມາດຕະການຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ອີຢູ.

ທ່ີການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ສະເໜີໃຫ້ບັນດານັກລົງທຶນ ອີຢູ ສືບຕໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ສຸມໃສ່ 3 ກຳລັງໜູນພັດທະນາ, ລວມມີ: ການລົງທຶນ, ການສົ່ງອອກ, ການຈຳໜ່າຍ ເພື່ອປະຕິບັດບັນດາຂອດບຸກທະລຸຍຸດທະສາດທີ່ໄດ້ວາງອອກຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ປະຊາຄົມວິສາຫະກິດ ອີຢູ ຂົນຂວາຍບັນດາປະເທດສະມາຊິກ ອີຢູ ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ (EVIPA); ອີຢູ ພິຈາລະນາຍົກເລີກບັດເຫຼືອງ IUU ສຳລັບການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ໂດຍໄວ. ນອກນັ້ນ, ທ່ານນາຍົກລັດຖະມົນຕີຍັງສະເໜີໃຫ້ວິສາຫະກິດຂອງບັນດາປະເທດ ອີຢູ ໜູນຊ່ວຍ ຫວຽດນາມ ໄດ້ສຳພັດກັບແຫຼ່ງເງິນລົງທຶນສີຂຽວ ແລະ ເຕັກໂນໂລຊີສູງ ເພື່ອຮັບໃຊ້ການຫັນເປັນດີຈີຕອນ… ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ຖືກຕາມກົດໝາຍຂອງນັກລົງທຶນ.

ສ່ວນບັນດາວິສາຫະກິດອີຢູ, ທ່ານ Jens Ruebbert, ຮອງປະທານສະພາບໍລິຫານຂອງສະພາວິສາຫະກິດ ອີຢູ - ອາຊຽນ, ຢືນຢັນວ່າ ຫວຽດນາມ ພວມ ແລະ ຈະມີບົດບາດສຳຄັນສຳລັບ ອີຢູ ໃນດ້ານການຄ້າ ແລະ ການລົງທຶນ, ໂດຍສະເພາະແມ່ນໃນສະພາບໂລກມີການຜັນແປຫຼາຍຢ່າງຄືໃນປະຈຸບັນ. ໃນຂະນະນັ້ນ, ທ່ານ Alain Cany, ປະທານ Euro Cham ປະຈຳ ຫວຽດນາມ, ຢືນຢັນວ່າ ບັນດາວິສາຫະກິດ ເອີລົບ ຈະຕັ້ງໜ້າຊຸກຍູ້ການຮັບຮອງເອົາ EVIPA.


top