ຂ່າວສານ

ຊຸກຍູ້ການພົວພັນຮ່ວມມືລົງທຶນ ຫວຽດນາມ - ກຸຍບາ ກ່ວາອີກ

ໄລຍະຜ່ານມາການພົວພັນມິດຕະພາບ, ສາມັກຄີແບບພິເສດລະຫວ່າງ ຫວຽດນາມ - ກຸຍບາ ໄດ້ພັດທະນາຢ່າງຕໍ່ເນື່ອງ.
  ທ່ານນາຍົກລັດຖະມົນຕີ ກຸຍບາ Manuel Marrero Cruz ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເປັນສັກຂີພິຍານພິທີລົງນາມ ແລະ ມອບຂໍ້ຕົກລົງຮ່ວມມືລະຫວ່າງວິສາຫະກິດສອງປະເທດໃນຂົງເຂດ ໄຟຟ້າ, ນ້ຳມັນອາຍແກັດ, ວັດສະດຸກໍ່ສ້າງ ແລະ ການບິນ  

ໃນຂອບເຂດການຢ້ຽມຢາມ ສ ກຸຍບາ ຢ່າງເປັນທາງການ, ວັນທີ 21 ເມສາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ La Habana, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ທ່ານນາຍົກລັດຖະມົນຕີ ກຸຍບາ Manuel Marrero Cruz ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ກຸຍບາ.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ Ricardo Cabrisas, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຄ້າ ແລະ ການລົງທຶນຕ່າງປະເທດ, ທັງເປັນປະທານຄະນະກຳມະການລະຫວ່າງລັດຖະບານ ກຸຍບາ - ຫວຽດນາມ, ຖືວ່າ: ສອງປະເທດຄວນສາມັກຄີ, ຮ່ວມມືເພື່ອຍົກລະດັບການພົວພັນເສດຖະກິດ, ການຄ້າສົມກັບສາຍພົວພັນປະຫວັດສາດທີ່ເປັນມູນເຊື້ອ, ຄວາມສາມັກຄີມິດຕະພາບ ທີ່ການນຳສອງປະເທດກໍ່ຕັ້ງ ແລະ ເພີ່ມພູນຄູນສ້າງ, ພັດທະນາ.

ທ່ານ ຫງວຽນແທັງຫງີ້, ລັດຖະມົນຕີກະຊວງກໍ່ສ້າງ, ທັງເປັນປະທານຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ກຸຍບາ, ໃຫ້ຮູ້ວ່າ: ໄລຍະຜ່ານມາການພົວພັນມິດຕະພາບ, ສາມັກຄີແບບພິເສດລະຫວ່າງ ຫວຽດນາມ - ກຸຍບາ ໄດ້ພັດທະນາຢ່າງຕໍ່ເນື່ອງ ແລະ ເປີດກ້ວາງໃນທຸກຂົງເຂດ, ຈາກການເມືອງ, ການທູດ ຕະຫຼອດຮອດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ວິທະຍາສາດເຕັກນິກ… ແລະ ບັນລຸໄດ້ຫຼາຍໝາກຜົນເປັນໜ້າສົ່ງເສີມ. ທ່ານລັດຖະມົນຕີ ຫງວຽນແທັງຫງີ້ ເນັ້ນໜັກວ່າ:

“ກ່ຽວກັບການຮ່ວມມືລົງທຶນ, ປະຈຸບັນ, ຫວຽດນາມ ແມ່ນນັກລົງທຶນຕ່າງປະເທດໃຫຍ່ທີ່ສຸດຂອງພາກພື້ນ ອາຊີ ຢູ່ ກຸຍບາ ດ້ວຍ 5 ໂຄງການໄດ້ຜັນຂະຫຍາຍແລ້ວ. ບັນດາໂຄງການໂດຍສອງວິສາຫະກິດປະຈັນບານຂອງ ຫວຽດນາມ ແມ່ນບໍລິສັດໃຫຍ່ Viglacera ແລະ ບໍລິສັດ ທ໋າຍບິ່ງ ປະຕິບັດ ໄດ້ຕອບສະໜອງສ່ວນໜຶ່ງຄວາມຕ້ອງການສິນຄ້າໃຫ້ແກ່ຕະຫຼາດ ກຸຍບາ, ຊ່ວຍຫລຸດຜ່ອນຈຳນວນເງິນຕາຕ່າງປະເທດທີ່ໃຊ້ຈ່າຍໃຫ້ແກ່ການນຳເຂົ້າ, ສ້າງວຽກເຮັດງານທຳໃຫ້ແຮງງານກຸຍບາ ຫຼາຍຄົນ, ແລະ ສຳຄັນທີ່ສຸດແມ່ນປະກອບສ່ວນຊ່ວຍໃຫ້ຂະແໜງອຸດສາຫະກຳຜະລິດຂອງ ກຸຍບາ ພັດທະນາຍືນຍົງ ເທື່ອລະກ້າວ, ເປັນເຈົ້າການໃນທຸກສະພາບການ”.

ທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ກຸຍບາ Manuel Marrero Cruz ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເປັນສັກຂີພິຍານພິທີລົງນາມ ແລະ ມອບຂໍ້ຕົກລົງຮ່ວມມືລະຫວ່າງວິສາຫະກິດສອງປະເທດໃນຂົງເຂດ ໄຟຟ້າ, ນ້ຳມັນອາຍແກັດ, ວັດສະດຸກໍ່ສ້າງ ແລະ ການບິນ.

 


top