ຂ່າວສານ

ຊຸກຍູ້ການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ກັບ ກະຊວງພາຍໃນ ອົດສະຕາລີ ຫຼາຍກວ່າອີກ

      ຕອນບ່າຍວັນທີ 23 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ລັດຖະມົນຕີກະຊວງ ຕຳຫຼວດ ຫວຽດນາມ  ໄດ້ມີການພົບປະເຈລະຈາກັບທ່ານນາງ Karens Andrews, ລັດຖະມົນຕີກະຊວງພາຍໃນ ອົດສະຕາລີ.
ທ່ານ ໂຕເລິມ ລັດຖະມົນຕີກະຊວງ ຕຳຫຼວດ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນ ຫວຽດນາມ (ພາບ: VOV)
      ນະທີ່ນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາ, ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມື, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບອາດຊະຍາກຳ, ສົມທົບກັນຕໍ່ສູ້ຕ້ານອາດຊະຍາກຳຕ່າງໆທີ່ກ່ຽວຂ້ອງເຖິງສອງປະເທດ, ຝຶກອົບຮົມຍົກສູງກຳລັງຄວາມສາມາດຂອງພະນັກງານ, ປະຕິບັດຂໍ້ຕົກລົງການຮ່ວມມືສະບັບຕ່າງໆໃຫ້ມີປະສິດທິຜົນ…; ຕັ້ງໜ້າສົມທົບກັນກະກຽມກອງປະຊຸມເຈລະຈາກ່ຽວກັບການປ້ອງກັນຄວາມສະຫງົບຂັ້ນຮອງລັດຖະມົນຕີຄັ້ງທີ 3 ປີ 2022 ຢູ່ ອົດສະຕາລີ ເມື່ອໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມ.
        ທ່ານນາງ  Karens Andrews ລັດຖະມົນຕີກະຊວງພາຍໃນ ອົດສະຕາລີ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ກະຊວງພາຍໃນ ອົດສະຕາລີ ແລະ ກະຊວງຕຳຫຼວດ ຫວຽດນາມ ຈະເພີ່ມທະວີການພົວພັນຮ່ວມມືຫຼາຍກວ່າອີກ, ພິເສດແມ່ນໃນຂົງເຂດຄຸ້ມຄອງການເຂົ້າ - ອອກເມືອງ, ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ຄວາມປອດໄພທາງເຄືອຂ່າຍອິດເຕີເນັດ, ຍົກສູງກຳລັງຄວາມສາມາດໃນການສືບສວນ, ວຽກງານຕຳຫຼວດ ແລະ ການປ້ອງກັນຄວາມສະຫງົບ.
 (ແຫຼ່ງຄັດຈາກ VOV)
 


top