ຂ່າວສານ

ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ອາຊຽນ - ການາດາ

ກອງປະຊຸມກໍ່ປຶກສາຫາລືກ່ຽວກັບການກະກຽມໃຫ້ແກ່ການໂອ້ລົມສົນທະນາ ອາຊຽນ - ການາດາຄັ້ງທີ 19 ໃນປີນີ້ ແລະ ກອງປະຊຸມລັດຖະມົນຕີ ອາຊຽນ ກັບການາດາ (PCM+1) ໃນເດືອນສິງຫາປີ 2022.
  ກອງປະຊຸມຄະນະກຳມະການຮ່ວມມືຮ່ວມ ອາຊຽນ - ການາດາ (ACJCC) ຄັ້ງທີ 10 ແບບທາງໄກ  

 ວັນທີ 28 ມີນາ, ຢູ່ອິນໂດເນເຊຍ, ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືຮ່ວມ ອາຊຽນ - ການາດາ (ACJCC) ຄັ້ງທີ 10 ຕາມຮູບແບບທາງໄກ. ຢູ່ກອງປະຊຸມ, ການາດາໄດ້ຢັ້ງຢືນການຖືເປັນສຳຄັນການຮ່ວມມືກັບ ອາຊຽນ, ສືບຕໍ່ຖືອາຊຽນແມ່ນໜຶ່ງໃນບັນດາບຸລິມະສິດໃນນະໂຍບານການຕ່າງປະເທດ ແລະ ເນັ້ນໜັກວ່າ ອາຊຽນສວມບົດບາດສຳຄັນໃນການຮັກສາສະຖຽນລະພາບດ້ານການເມືອງ ແລະ ພັດທະນາເສດຖະກິດຂອງພາກພື້ນ, ທ່ານກໍ່ປາດຖະໜາຢາກເຂົ້າຮ່ວມວິວັດການໂດຍອາຊຽນນຳໜ້າຢ່າງເລິກເຊິ່ງກວ້າງຂວາງກ່ວາອີກ. ການາດາໃຫ້ຄຳໝັ້ນສັນຍາຈະສືບຕໍ່ສະໜັບສະໜູນອາຊຽນ ໃນຄວາມມານະພະຍາຍາມກໍ່ສ້າງປະຊາຄົມໃນນັ້ນມີການຜັນຂະຫຍາຍວິໄສທັດອາຊຽນ 2025 ພ້ອມກັບແຜນການສັງລວມກ່ຽວກັບການເຊື່ອມຕໍ່ອາຊຽນ 2025 (MPAC 2025) ແລະ ແຜນການປະຕິບັດຂໍ້ລິເລີ່ມເຊື່ອມຕໍ່ ອາຊຽນ (IAI) ໄລຍະ 4, ກໍ່ຄືການຮັບມື ແລະ ຟື້ນຟູຈາກໂລກລະບາດໂຄວິດ - 19.

ກອງປະຊຸມກໍ່ປຶກສາຫາລືກ່ຽວກັບການກະກຽມໃຫ້ແກ່ການໂອ້ລົມສົນທະນາ ອາຊຽນ - ການາດາຄັ້ງທີ 19 ໃນປີນີ້ ແລະ ກອງປະຊຸມລັດຖະມົນຕີ ອາຊຽນ ກັບການາດາ (PCM+1) ໃນເດືອນສິງຫາປີ 2022. ຄາດວ່າ, ກອງປະຊຸມຄັ້ງທີ 11 ຂອງຄະນະກຳມະການຮ່ວມມືຮ່ວມຕາມຂົງເຂດ ອາຊຽນ - ການາດາຈະໄດ້ຈັດຕັ້ງໃນປີ 2023.



top