ຂ່າວສານ

ຊຸກຍູ້ການພົວພັນລະຫວ່າງສອງພັກ, ສອງລັດ ຫວຽດນາມ - ລາວ

ນະທີ່ນີ້, ທ່ານ ຫວໍວັນເຖືອງ ໄດ້ແລກປ່ຽນກ່ຽວກັບບັນດາທິດທາງໃຫຍ່ ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສອງພັກ, ສອງລັດໃນໄລຍະຈະມາເຖິງ
  ທ່ານນາງ ສີໄສ ລືເດດມູນສອນ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ປະຊາຊົນ ປະຕິວັດ ລາວ ແລະ ທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ  

 ວັນທີ 9 ພະຈິກ, ທີ່ສຳນັກງານສູນກາງພັກ, ທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ, ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສປປ ລາວ ນຳໂດຍທ່ານນາງ ສີໄສ ລືເດດມູນສອນ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ປະຊາຊົນ ປະຕິວັດ ລາວ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ນະທີ່ນີ້, ທ່ານ ຫວໍວັນເຖືອງ ໄດ້ແລກປ່ຽນກ່ຽວກັບບັນດາທິດທາງໃຫຍ່ ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສອງພັກ, ສອງລັດໃນໄລຍະຈະມາເຖິງ, ພິເສດແມ່ນການສົມທົບກັນຢ່າງແໜ້ນແຟ້ນ, ແລກປ່ຽນບັນດາບັນຫາກ່ຽວກັບທິດສະດີ ແລະ ພຶດຕິກຳຕົວຈິງ, ບົດຮຽນໃນວຽກງານການກໍ່ສ້າງພັກ, ສ້າງລະບົບການເມືອງ, ບຳລຸງສ້າງ, ຝຶກອົບຮົບ, ວາງແຜນຜັງ, ຍົກຍ້າຍພະນັກງານ, ຮ່ວມມືຊ່ວຍເຫຼືອກັນໃນການຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ສອງປະເທດ.


top