ຂ່າວສານ

ຊຸກຍູ້ການພົວພັນລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ອິນເດຍ ມາກຊິດ

ທ່ານ ຫວໍວັນເທືອງ ຢືນຢັນວ່າ ພັກກອມມູນິດ ຫວຽດນາມ ຖືເປັນສຳຄັນການພົວພັນທີ່ເປັນມູນເຊື້ອມິດຕະພາບກັບບັນດາພັກກອມມູນິດ, ຝ່າຍຊ້າຍ ໃນນັ້ນມີພັກ CPI-M, ເຫັນດີຊຸກຍູ້ການພົວພັນລະຫວ່າງ 2 ພັກ.

ທ່ານ ຫວໍວັນເທືອງ ຢືນຢັນວ່າ ພັກກອມມູນິດ ຫວຽດນາມ ຖືເປັນສຳຄັນການພົວພັນທີ່ເປັນມູນເຊື້ອມິດຕະພາບກັບບັນດາພັກກອມມູນິດ, ຝ່າຍຊ້າຍ ໃນນັ້ນມີພັກ CPI-M, ເຫັນດີຊຸກຍູ້ການພົວພັນລະຫວ່າງ 2 ພັກ.

    

ທີ່ເຈລະຈາທາງໄກ. (ພາບ: TTXVN)

ຕອນບ່າຍວັນທີ 29 ມິຖຸນາ, ຢູ່ສຳນັກງານສູນກາງພັກ, ທ່ານ ຫວໍວັນເທືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ເຈລະຈາທາງໄກກັບທ່ານ Sitaram Yechury, ເລຂາທິການໃຫຍ່ພັກກອມມູນິດ ອິນເດຍ ມາກຊິດ (CPI-M).

        ທີ່ການເຈລະຈາ, ທ່ານ ຫວໍວັນເທືອງ ຢືນຢັນວ່າ ພັກກອມມູນິດ ຫວຽດນາມ ຖືເປັນສຳຄັນການພົວພັນທີ່ເປັນມູນເຊື້ອມິດຕະພາບກັບບັນດາພັກກອມມູນິດ, ຝ່າຍຊ້າຍ ໃນນັ້ນມີພັກ CPI-M, ເຫັນດີຊຸກຍູ້ການພົວພັນລະຫວ່າງ 2 ພັກ, ທ່ານ ຫວໍວັນເທືອງ ສະເໜີບາງທິດທາງການຮ່ວມມືໃນໄລຍະຈະມາເຖິງຄື: ແລກປ່ຽນຄະນະຜູ້ແທນ, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນກໍ່ສ້າງພັກ ແລະ ນະໂຍບາຍພັດທະນາເສດຖະກິດ, ສັງຄົມ; ສົ່ງເສີມບັນດາອົງການຈັດຕັ້ງ, ປະຊາຊົນຂອງ 2 ພັກເພີ່ມທະວີການພົວພັນແລກປ່ຽນ; ສ້າງເງື່ອນໄຂເພື່ອຍູ້ແຮງການພົວພັນຮ່ວມມືລະຫວ່າງລັດ Kerala ໂດຍພັກ CPI-M ກຳອຳນາດກັບທ້ອງຖິ່ນຕ່າງໆຂອງ ຫວຽດນາມ…

        ເຫັນດີຕໍ່ບັນດາຂໍ້ສະເໜີຂອງພັກກອມມູນິດ ຫວຽດນາມ, ທ່ານເລຂາທິການໃຫຍ່ Sitaram Yechury ຕີລາຄາສູງບົດຮຽນຂອງພັກກອມມູນິດ ຫວຽດນາມ ໃນການກໍ່ສ້າງພັກ ແລະ ລະບົບການເມືອງ, ການພັດທະນາປະເທດຊາດ, ການຮັບປະກັນຄວາມຍຸຕິທຳໃນສັງຄົມ. ທ່ານເລຂາທິການໃຫຍ່ ກໍ່ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການຂອງ ອິນເດຍ, ບັນດາບຸລິມະສິດຂອງພັກ CPI-M ໃນປະຈຸບັນ.

(ແຫຼ່ງຄັດຈາກ VOV)


top