ຂ່າວສານ

ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃຫ້ນັບມື້ນັບແທດຈິງ, ຮອບດ້ານກວ່າ

ຫວຽດນາມ ປາດຖະຫນາຢາກຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ແທດຈິງ, ຮອບດ້ານ, ບັນລຸຫລາຍໝາກຜົນກວ່າ ບົນພື້ນຖານເຄົາລົບເອກະລາດ, ເປັນເຈົ້າ, ຜືນແຜ່ນດິນອັນຄົບຖ້ວນ ແລະລະບອບລະບຽບການການເມືອງ ຂອງກັນ.
  ທ່ານນາງ Marisa Lago ຮອງລັດຖະມົນຕີກະຊວງການຄ້າ ຮັບຜິດຊອບດ້ານການຄ້າສາກົນ ອາເມລິກາ  

ຕອນບ່າຍວັນທີ 9 ມີນາ ຢູ່ ຮ່າໂນ້ຍ, ເມື່ອຕ້ອນຮັບທ່ານນາງ Marisa Lago ຮອງລັດຖະມົນຕີກະຊວງການຄ້າ ຮັບຜິດຊອບດ້ານການຄ້າສາກົນ ອາເມລິກາ ພວມຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ ໃນວັນທີ 9 ແລະ 10 ມິນາ, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີນລຶວກວາງ ຢັ້ງຢືນ: ຫວຽດນາມ ປາດຖະຫນາຢາກຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ແທດຈິງ, ຮອບດ້ານ, ບັນລຸຫລາຍໝາກຜົນກວ່າ ບົນພື້ນຖານເຄົາລົບເອກະລາດ, ເປັນເຈົ້າ, ຜືນແຜ່ນດິນອັນຄົບຖ້ວນ ແລະລະບອບລະບຽບການການເມືອງ ຂອງກັນ.

ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນ ຫວຽດນາມຈະເປັນເຈົ້າການຮ່ວມມືກັບ ອາເມລິກາ ເພື່ອແກ້ໄຂບັນດາສາຍພົວພັນຂອງສອງປະເທດ, ຮັກສາການພົວພັນດ້ານການຄ້າໃຫ້ມີສະຖຽນລະພາບ, ມຸ່ງໄປເຖິງດຸ່ນການຄ້າຢ່າງກົມກ່ຽວ, ໝັ້ນຄົງ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ທ່ານຮອງນາຍົກລັດຖະມົນຕີ ເຈີນລຶວກວາງ ສະເຫນີ ທ່ານນາງ ຮອງລັດຖະມົນຕີ Marisa Lago ຊ່ວຍເຊື່ອມຕໍ່ບັນດານັກລົງທຶນ ອາເມລິກາ ພິເສດໃນຂົງເຂດເຕັກໂນໂລຊີສູງ, ເຕັກໂນໂລຊີການບິນ ມາລົງທຶນຢູ່ ຫວຽດນາມ.

 


top