ຂ່າວສານ

ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ຟີລິບປິນ ໃນທຸກຂົງເຂດ

      ຕອນບ່າຍວັນທີ 19 ກໍລະກົດ, ຈາກນະຄອນຫຼວງ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ ປະທານາທິບໍດີ ຟີລິບປິນ Philippines Rodrigo Duterte ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດາມ ແລະ ຟີລິບປິນ (12/7/1976 –-12/7/2021).
ທ່ານນາຍົກລັດຖມະນຕີ ຟ້າມມິງຈິງ ໂອ້ລົມທາງໂທລະສັບກັບທ່ານ ປະທານາທິບໍດີ ຟີລິບປິນ Philippines Rodrigo Duterte (ພາບ: VGP)
      ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສືບຕໍ່ສະໜອງເຂົ້າສານຢ່າງເປັນປົກກະຕິ, ຍາວນານໃຫ້ແກ່ ຟີລິບປິນ ແລະ ສະເໜີໃຫ້ ຟີລິບປິນ ສະຫງວນບຸລິມະສິດໃຫ້ແກ່ ຫວຽດນາມ ເມື່ອມີຄວາມຕ້ອງການນຳເຂົ້າເຂົ້າສານກໍ່ຄືເປີດປະຕູກ່ວາອີກ ໃຫ້ແກ່ສິນຄ້າປະເພດຜະລິດຕະພັນກະເສດ ຂອງ ຫວຽດນາມ.
ການນຳສອງຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ຟີລິບປິນ ໃນທຸກຂົງເຂດ, ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ຊຸກຍູ້ ແລະ ເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການຄ້າ - ການລົງທຶນ ໃຫ້ເລິກເຊິ່ງກ່ວາອີກ. ການນຳສອງຝ່າຍເຫັນດີເປັນເອກະພາບວ່າວັກຊິນກັນໂຄວິດ - 19 ແມ່ນຍຸດທະສາດສຳຄັນເພື່ອຮັບມືກັບໂລກລະບາດໂຄວິດ - 19 ແລະ ມຸ່ງໄປເຖິງການຟື້ນຟູເສດຖະກິດສັງຄົມແບບຍືນຍົງ.
ກ່ຽວກັບບັນຫາພາກພື້ນ ແລະ ສາກົນ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາກົນໄກຫຼາຍຝ່າຍຄື: ສປຊ, ອາຊຽນ. ການນຳສອງທ່ານໄດ້ແບ່ງປັນຄວາມສຳຄັນຂອງການສືບຕໍ່ຮັກສາຄວາມສາມັກຄີ ແລະ ບັນດາຫຼັກການໄດ້ຮັບການເຫັນດີເປັນເອກະພາບຂອງ ອາຊຽນໃນບັນຫາທະເລຕາເວັນອອກ.
(ແຫຼ່ງຄັດຈາກ VOV)


top