ຂ່າວສານ

ຊຸກຍູ້ການພົວພັນດ້ານປ້ອງກັນຊາດ ລະຫວ່າງ ອາຊຽນ ແລະ ສ.ເກົາຫຼີ

      ໃນຂອບເຂດກອງປະຊຸມວົງແຄບ ລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ (ADMM ວົງແຄບ), ຕອນເຊົ້າວັນທີ 10 ພະຈິກ ໄດ້ດໍາເນີນການພົບປະບໍ່ເປັນທາງການລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ - ສ.ເກົາຫຼີ. ທີ່ການພົບປະ, ບັນດາຜູ້ແທນໄດ້ຕີລາຄາສູງຕໍ່ການຈັດຕັ້ງການພົບປະບໍ່ເປັນທາງການຄັ້ງທຳອິດ ລະຫວ່າງ ບັນດາລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ແລະ ສ.ເກົາຫຼີ ແລະ ຊົມເຊີຍແຜນການເຄື່ອນໄຫວການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ອາຊຽນ - ສ.ເກົາຫຼີ ໂດຍ ກະຊວງປ້ອງກັນປະເທດ ສ.ເກົາຫຼີ ເປັນຜູ້ກໍ່ຕັ້ງ.
ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ (ພາບ: TTXVN)
      ດ້ວຍບົດບາດເປັນປະເທດປະສານງານ ການພົວພັນລະຫວ່າງ ອາຊຽນ - ສ.ເກົາຫຼີ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງ ສ.ເກົາຫຼີ ໃນກົນໄກຮ່ວມມື ໂດຍ ອາຊຽນ ນຳພາ, ພິເສດ ແມ່ນ ADMM+; ພ້ອມທັງເຊື່ອໝັ້ນວ່າ ສ.ເກົາຫຼີ ຈະມີບົດບາດເປັນປະທານຮ່ວມກຸ່ມນັກຊ່ຽວຊານ ADMM+ ກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ໄລຍະ 2021 – 2023 ກັບ ມາເລເຊຍ ຢ່າງສຳເລັດຜົນ. ທ່ານກ່າວວ່າ:
        ລາຍການຮ່ວມມືບຸລິມະສິດໃນແຜນການ ໄດ້ສະແດງໃຫ້ເຫັນວ່າ ສ.ເກົາຫຼີ ມີຄວາມສົນໃຈເຖິງບັນຫາຄວາມໝັ້ນຄົງທີ່ກ່ຽວຂ້ອງເຖິງສັນຕິພາບ, ສະຖຽນລະພາບໃນພາກພື້ນ, ໃນນັ້ນ ມີບັນຫາທະເລຕາເວັນອອກ, ຜ່ານນັ້ນ ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ, ວັດທະນາຖາວອນຂອງພາກພື້ນ. ກະຊວງປ້ອງກັນປະເທດ ຫວຽດນາມ ຕີລາຄາສູງ ແລະ ຍາມໃດກໍສະໜັບສະໜູນຂໍ້ສະເໜີຂອງ ສ.ເກົາຫຼີ ກ່ຽວກັບມາດຕະການຍົກສູງກຳລັງຄວາມສາມາດຂອງບັນດາປະເທດ ອາຊຽນ, ໃນນັ້ນ ມີຂົງເຂດຮັກສາສັນຕິພາບ, ຮັບຮອງເອົາການໜູນຊ່ວຍການບຳລຸງສ້າງ, ຝຶກແອບກ່ຽວກັບການຮັກສາສັນຕິພາບໃຫ້ແກ່ບັນດາປະເທດ ອາຊຽນ. ໂດຍແມ່ນປະເທດປະທານສານງານການພົວພັນ ລະຫວ່າງ ອາຊຽນ - ສ.ເກົາຫຼີ ໃນໄລຍະ 2021 – 2024, ຫວຽດນາມ ຈະສົມທົບກັບບັນດາປະເທດ ອາຊຽນ ແລະ ສ.ເກົາຫຼີ ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການພົວພັນດ້ານປ້ອງກັນຊາດລະຫວ່າງ 2 ຝ່າຍ ແລະ ເພື່ອຜົນປະໂຫຍດລວມຂອງທົ່ວພາກພື້ນ”.
            ທ່ານລັດຖະມົນຕີ ຟານວັນຢາງ ກໍຕີລາຄາສູງຕໍ່ກຳລັງຄວາມສາມາດຮັບມືຂອງ ສ.ເກົາຫຼີ ໃນການຮັບມືກັບໂລກລະບາດໂຄວິດ - 19 ແລະ ສະແດງຄວາມຂອບອົກຂອບໃຈ ທີ່ ສ.ເກົາຫຼີ ໄດ້ໃຫ້ການໜູນຊ່ວຍແກ່ບັນດາປະເທດສະມາຊິກ ອາຊຽນ ເວົ້າລວມ ແລະ  ຫວຽດນາມ ເວົ້າສະເພາະໃນການປ້ອງກັນ, ຕ້ານໂລກລະບາດ.
ພິທີໄຂກອງປະຊຸມວົງແຄບ ADMM  (ພາບ:qdnd.vn) 
      ກໍໃນຂອບເຂດຂອງກອງປະຊຸມນີ້, ຕອນບ່າຍວັນທີ 10 ພະຈິກ ໄດ້ດຳເນີນການພົບປະບໍ່ເປັນທາງການ ລະຫວ່າງບັນດາລັດຖະມົນຕີປ້ອງກັນຊາດ ອາຊຽນ - ອົດສະຕາລີ ແລະ ພິທີມອບ - ຮັບ ບົດບາດ ປະທານ ADMM ແລະ ADMM + ປີ 2022 ຂອງ ບຣູໄນ ໃຫ້ແກ່ ກຳປູເຈຍ.
(ແຫຼ່ງຄັດຈາກ VOV)


top