ຂ່າວສານ

ຊຸກຍູ້ການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ ແລະ ຊູແອັດ

ວັນທີ 08 ພຶດສະພາ, ທີ່ຮ່າໂນ້ຍ, ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ມີການເຮັດວຽກກັບທ່ານນາງ Ann Linde ລັດຖະມົນຕີກະຊວງການຄ້າ ຊູແອັດ.

ທີ່ການເຮັດວຽກ (ພ)າບ: BNEWS/TTXVN

ທີ່ການເຮັດວຽກ, ທ່ານນາງລັດຖະມົນຕີ Ann Linde ໃຫ້ຮູ້ວ່າ: ດ້ວຍບັນດາທ່າແຮງຂອງຕົນ, ລາຊະອານາຈັກ ຊູແອັດ ຈະໜູນຊ່ວຍ ຫວຽດນາມ ໃນບັນດາຂົງເຂດຄື: ນຳໃຊ້ພະລັງງານປະຢັດ, ມີປະສິດທິຜົນ ແລະ ຈຸດສຸມແມ່ນການພັດທະນາບັນດາແຫຼ່ງພະລັງງານຜະລິດຄືນໃໝ່; ສະໜັບສະໜູນບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ຫວຽດນາມ. ພ້ອມທັງ, ໜູນຊ່ວຍ ຫວຽດນາມ ໃນການສ້າງບັນດານະໂຍບາຍ, ພື້ນຖານໂຄງລ່າງ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ການປະຕິວັດອຸດສາຫະກຳ 4.0 ແລະ ພື້ນຖານເສດຖະກິດດີຈີຕອນ; ພ້ອມທັງສະໜັບສະໜູນ ຫວຽດນາມ ຢູ່ຄະນະກຳມະການ ເອີຣົບ ໃນການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ແລະ ສັນຍາອາລັກຂາການລົງທຶນລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ.

        ທ່ານລັດຖະມົນຕີ ເຈິ່ນຕ໊ວນແອັງ ສະແດງຂອບໃຈຕໍ່ຄວາມເອົາໃຈໃສ່, ການໜູນຊ່ວຍຂອງລັດຖະບານ ແລະ ບັນດາວິສາຫະກິດລາຊະອານາຈັກ ຊູແອັດ ແລະ ໃຫ້ຮູ້ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດບົດບາດຂອງຕົນເປັນຢ່າງດີ ໃນການເປັນຂົວເຊື່ອມຕໍ່ລະຫວ່າງວິສາຫະກິດ 2 ຝ່າຍ ເພື່ອພ້ອມກັນພັດທະນາ.

(ແຫຼ່ງຄັດຈາກ VOV)



top