ຂ່າວສານ

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ຈີນ

      ພິທີສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ - ຈີນ ດຳເນີນໃນວັນທີ 12 ກໍລະກົດ, ຢູ່ສຳນັກງານຄະນະເລຂາອາຊຽນ ຢູ່ນະຄອນຫຼວງ ຈາກາຕາ, ປະເທດອິນໂດເນເຊຍ.

ສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ - ຈີນ
(ພາບ: TTXVN)
      ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi ໃຫ້ຮູ້ວ່າ, ຜ່ານໄລຍະ 15 ປີແຫ່ງວັນກາຍເປັນຄູ່ຮ່ວມມືຍຸດທະສາດຂອງກັນ, ອາຊຽນ ແລະ ຈີນ ໄດ້ມີການພົວພັນຢ່າງເລິກເຊິ່ງ, ຮອບດ້ານໃນທຸກຂົງເຂດຄື: ການເມືອງ, ເສດຖະກິດ, ການຄ້າ ແລະ ວັດທະນະທຳ. ປະຈຸບັນ, ຈີນ ແມ່ນຄູ່ຄ້າລາຍໃຫຍ່ທີ່ສຸດຂອງອາຊຽນ ແລະ ພວມຕັ້ງໜ້າໜູນຊ່ວຍອາຊຽນ ພັດທະນາບັນດານະຄອນສະຫຼາດ.
        ເນື່ອງໃນໂອກາດນີ້, ກໍ່ໄດ້ຈັດງານວາງສາງສະແດງພາບຖ່າຍ 15 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ - ຈີນ ດ້ວຍຫົວຂໍ້ວ່າ “ຊີວິດທີ່ປະສົມກົມກຽວ”.
 (ແຫຼ່ງຄັດຈາກ VOV)
 


top