ຂ່າວສານ

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ

ການຢ້ຽມຢາມກໍ່ປະກອບສ່ວນສຳຄັນເຂົ້າໃນຄວາມານະພະຍາຍາມຊຸກຍູການຟື້ນຟູເສດຖະກິດພາຍຫຼັງໂລກລະບາດຂອງ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດເຊິ່ງ ສິງກະໂປ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ.

ການຢ້ຽມຢາມກໍ່ປະກອບສ່ວນສຳຄັນເຂົ້າໃນຄວາມານະພະຍາຍາມຊຸກຍູການຟື້ນຟູເສດຖະກິດພາຍຫຼັງໂລກລະບາດຂອງ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດເຊິ່ງ ສິງກະໂປ ມີທ່າແຮງ ແລະ  ຫວຽດນາມ ມີຄວາມຕ້ອງການ.

    

ທ່ານປະທານປະເທດ  ຫງວຽນຊວັນຟຸກ ແລະ ພັນລະຍາ ເດີນທາງໄປຢ້ຽມຢາມທາງລັດຖະກິດເຖິງ ສິງກະໂປ. (ພາບ: TTXVN)

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພວມດຳເນີນການໄປຢ້ຽມຢາມທາງລັດຖະກິດເຖິງ ສິງກະໂປ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີປະເທດ ສາທາລະນະລັດ ສິງກະໂປ Halimah Yacob. ການຢ້ຽມຢາມຖືກດຳເນີນໃນສະພາບການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດພວມພັດທະນາຢ່າງດີງາມໃນທຸກຂົງເຂດ, ສ້າງທ່ວງທ່ານຳການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ ໃນສະພາບການມີສັນຍາການຄ້າເສລີລຸ້ນໃໝ່ຫຼາຍສະບັບ ມີຜົນສັກສິດໂດຍ ຫວຽດນາມ ແລະ ສິງກະໂປ ໄດ້ເຂົ້າຮ່ວມ ແລະ ຜັນຂະຫຍາຍ.

ການຢ້ຽມຢາມທາງລັດຖະກິດເຖິງ ສິງກະໂປ ໃນລະຫວ່າງວັນທີ 24 – 26 ກຸມພາ ຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເພື່ອແນໃສ່ຢືນຢັນຄວາມຕັດສິນໃຈພັດທະນາເສດທະກິດ ແລະ ສ້າງທ່າສະດວກໃຫ້ແກ່ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ; ຍົກອອກສານສຳຄັນ, ຊ່ວຍໃຫ້ນັກລົງທຶນ ສິງກະໂປ ມີຄວາມອຸ່ນອ່ຽນໃຈທຳມາຫາກິນຢູ່ ຫວຽດນາມ ໃນສະພາບທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19. ການຢ້ຽມຢາມກໍ່ປະກອບສ່ວນສຳຄັນເຂົ້າໃນຄວາມານະພະຍາຍາມຊຸກຍູການຟື້ນຟູເສດຖະກິດພາຍຫຼັງໂລກລະບາດຂອງ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດເຊິ່ງ ສິງກະໂປ ມີທ່າແຮງ ແລະ  ຫວຽດນາມ ມີຄວາມຕ້ອງການຄື: ເສດຖະກິດດີຈີຕອນ, ຫັນເປັນດີຈີຕອນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ຄຸ້ມຄອງທີ່ມີຄຸນນະພາບສູງ.

ການຮ່ວມມືອັນດີງາມ ແລະ ປະສິດທິຜົນໃນຫຼາຍຂົງເຂດ

ເຖິງວ່າໃນສະພາບໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ 2 ປະເທດຍັງຮັກສາການພົບປະຂັ້ນສູງ, ເສີມຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍຢ່າງມີປະສິດທິຜົນ, ພິເສດແມ່ນກົນໄກຮ່ວມມືທາບທາມຄວາມເຫັນດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດປະຈຳປີ.

ກ່ຽວກັບການຮ່ວມມືດ້ານການຄ້າ, ເຖິງວ່າຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ວົງເງິນການຄ້າລະຫວ່າງ 2 ປະເທດຍັງບັນລຸ 8,3 ຕື້ USD ໃນປີ 2021, ເພີ່ມຂຶ້ນ 23,3% ເມື່ອທຽບໃສ່ປີ 2020. ເດືອນ ມັງກອນ 2022, ຍອດວົງເງິນການຄ້າສົ່ງອອກ - ນຳເຂົ້າລະຫວ່າງ ຫວຽດນາມ - ສິງກະໂປ ບັນລຸເກືອບ 784 ລ້ານ USD, ເພີ່ມຂຶ້ນປະມານ 6,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

ກ່ຽວກັບການລົງທຶນ, ໄລ່ຮອດເດືອນ ກຸມພາ 2022, ສິງກະໂປ ລົງທຶນເຂົ້າ ຫວຽດນາມ 2.860 ໂຄງການຍັງມີຜົນສັກສິດ, ຍອດທຶນຈົດທະບຽນບັນລຸ 66 ຕື້ USD, ແມ່ນນັກລົງທຶນໃຫຍ່ສຸດຂອງ ຫວຽດນາມ ໃນອາຊຽນ ແລະ ຢືນອັນດັບທີ 2 ໃນຈຳນວນ 140 ປະເທດ ແລະ ເຂດແຄ້ວນທີ່ລົງທຶນຢູ່ ຫວຽດນາມ. ສິ່ງທີ່ໜ້າສົນໃຈ, ໃນປີ 2021, ສິງກະໂປ ນຳໜ້າດ້ວຍຈຳນວນເງິນລົງທຶນກວ່າ 10,7 ຕື້ USD. ກ່ຽວກັບສະພາບການລົງທຶນຂອງ ສິງກະໂປ ເຂົ້າເຂດອຸດສາຫະກຳຂອງ ຫວຽດນາມ, ໄລ່ຮອດທ້າຍປີ 2021, ບັນດາເຂດອຸດສາຫະກຳໃນທົ່ວປະເທດດຶງດູດ 588 ໂຄງການຜະລິດ ດຳເນີນທຸລະກິດຈາກບັນດານັກລົງທຶນ ສິງກະໂປ ດ້ວຍຍອດຈຳນວນເງິນລົງທຶນຈົດທະບຽນບັນລຸປະມານ 19,3 ຕື້ USD - ຢືນອັນດັບທີ 3 ໃນຈຳນວນ 70 ປະເທດ, ເຂດແຄວ້ນມີໂຄງການລົງທຶນໃສ່ບັນດາເຂດອຸດສາຫະກຳໃນທົ່ວປະເທດ.

ເດືອນ ພະຈິກ 2021, ກອງປະຊຸມລັດຖະມົນຕີກ່ຽວກັບການເຊື່ອມຕໍ່ເສດຖະກິດ ຫວຽດນາມ - ສິງກະໂປ ຄັ້ງທີ 15 ໄດ້ຈັດຂຶ້ນບັນລຸຜົນສຳເລັດ, ຕາມນັ້ນແລ້ວ 2 ຝ່າຍໄດ້ເຫັນດີສຸມໃສ່ຂົງເຂດຮ່ວມມືເຊື່ອມຕໍ່ດ້ານການເງິນ, ການສຶກສາ ແລະ ບຳລຸງສ້າງ, ຄົມມະນາຄົມຂົນສົ່ງ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານ, ການລົງທຶນ, ການຄ້າ ແລະ ການບໍລິການ, ປ່ຽນແປງໃໝ່ປະດິດຄິດສ້າງ.

ກ່ຽວກັບຄົມມະນາຄົມຂົນສົ່ງ, ສິງກະໂປ ແມ່ນໜຶ່ງໃນບັນດາຕະຫຼາດທາງການບິນມີຄວາມສຳຄັນພິເສດສຳລັບ ຫວຽດນາມ. ປະຈຸບັນ, ບັນດາບໍລິສັດການບິນ ຫວຽດນາມ - ສິງກະໂປ ພວມຄ່ອຍໆຟື້ນຟູສາຍການບິນປົກກະຕິລະຫວ່າງ 2 ປະເທດ ດ້ວຍຈຳນວນ 14 ຖ້ຽວ/ອາທິດໃຫ້ແກ່ແຕ່ລະຝ່າຍ.

ພິເສດ, 2 ປີຜ່ານມາ, ຫວຽດນາມ ແລະ ສິງກະໂປ ໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການຮ່ວມມືປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ນັບແຕ່ເມື່ອໂລກລະບາດໄດ້ເກີດຂຶ້ນ ແລະ ແຜ່ລະບາດດຮອບຕໍ່ມາ, ສິງກະໂປ ແລະ ຫວຽດນາມ ຍາມໃດກໍ່ໜູນຊ່ວຍ, ແບ່ງປັນເຄື່ອງອຸປະກອນການແພດໃຫ້ແກ່ກັນ ເພື່ອປ້ອງກັນ ຕ້ານໂລກລະບາດໂຄວິດ-19. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ມາຍເຟືອກຢຸງ, ໃຫ້ຮູ້ວ່າ:

“ເມື່ອໂລກລະບາດແຜ່ລະບາດຄັ້ງທຳອິດ, ໃນຄາວນັ້ນ ດ້ວຍຈິດໃຈສາມັກຄີກັນໃນ ອາຊຽນ ໄດ້ອຸປະຖຳໃຫ້ແກ່ ສິງກະໂປ ຜ້າອັດປາກ-ອັດດັງ, ອຸປະກອນການແພດຫຼາຍຢ່າງ ແລະ ສິງກະໂປ ໄດ້ຕີລາຄາສູງເລື່ອງດັ່ງກ່າວ. ຮອດເວລາໂລກລະບາດແຜ່ລະບາດຢູ່ ຫວຽດນາມ, ຜ່ານກອງທຶນ Tamasek Foundation ໄດ້ສົ່ງ ເຄື່ອງຊ່ວຍຫາຍໃຈ 16 ໜ່ວຍ, ຖົງມື, ຊຸດກັນເຊື້ອພະຍາດ, ຜ້າອັດປາກ-ອັດດັງ ມາໃຫ້ ຫວຽດນາມ. ກະຊວງການຕ່າງປະເທດໄດ້ມອບຊຸດວິໄຈຕື່ມອີກ. ເດືອນ ກັນຍາ 2021, ສິງກະໂປ ໄດ້ມອບ ອຸປະກອນການແພດສຳຄັນທີ່ມີມູນຄ່າເກືອບ 5 ລ້ານ USD ໃຫ້ ຫວຽດນາມ ຕື່ມອີກ”.

ພ້ອມກັນນັ້ນ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສິງກະໂປ ມີປະມານ 13.000 ຄົນ. ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ມາຍເຟືອກຢຸງ ແລ້ວ, ເບິ່ງລວມແລ້ວ ຊາວ ຫວຽດນາມ ອາໄສຢູ່ ສິງກະໂປ ແມ່ນປະຊາຄົມປັນຍາຊົນ, ເຄົາລົບກົດໝາຍປະເທດປະຈຳຖິ່ນ, ອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ.

“ປະຈຸບັນຢູ່ ສິງກະໂປ ໄດ້ສຸມໃສ່ຊັ້ນປັນຍາຊົນສູງທີ່ສຸດ ແລະ ເຂົາເຈົ້າຍາມໃດກໍ່ອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ. ເຂົາເຈົ້າປາດຖະໜາຢາກເຂົ້າຮ່ວມບັນດາໂຄງການພັດທະນາຢູ່ ຫວຽດນາມ. ປະຈຸບັນ, ສິງກະໂປ ມີເພື່ອນໜຸ່ມຫຼາຍຄົນພວມເຮັດວຽກໃນຂົງເຂດ IT (ເຕັກໂນໂລຊີຂໍ້ມູນຂ່າວສານ) ເກັ່ງທີ່ສຸດ. ໃນໄລຍະຈະມາເຖິງ, ຫວຽດນາມ ແລະ ສິງກະໂປ ຈະຮ່ວມມືກັນທາງດ້ານດີຈີຕອນ, ຖ້າຫາກນຳໃຊ້ແຫຼ່ງພູມປັນຍາດັ່ງກ່າວນັ້ນໄດ້ແມ່ນດີທີ່ສຸດ”.

ຢືນຢັນຄວາມສຳຄັນຂອງການພົວພັນ 2 ຝ່າຍ ຫວຽດນາມ ແລະ ສິງກະໂປ

ໃນສະພາບການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດພວມພັດທະນາຢ່າງດີງາມໃນທຸກຂົງເຂດ, ການຢ້ຽມຢາມທາງລັດຖະກິດຢູ່ ສິງກະໂປ ຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ມີຄວາມໝາຍສຳຄັນພິເສດ ເມື່ອ 2 ປະເທດມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2023, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ໃຫ້ພັດທະນາຢ່າງແຮງກວ່າໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)


top