ຂ່າວສານ

ຊຸກຍູ້ການພົວພັນ ຫວຽດນາມ - ສະໂລວາກີ ໃຫ້ພັດທະນາຢ່າງແທ້ຈິງ, ຮອບດ້ານ ແລະ ຍືນຍົງ

ທ່ານສະເໜີໃຫ້ 2 ຝ່າຍຍູ້ແຮງການຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດ, ບຳລຸງສ້າງທະຫານປະຊາຊົນ, ການຮັກສາສັນຕິພາບ…
ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຕ້ອນຮັບ ທ່ານ Robert Kaliňák, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ສະໂລວາກີ (ພາບ: TTXVN)

ວັນທີ 18 ພະຈິກ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຕ້ອນຮັບ ທ່ານ Robert Kaliňák, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ສະໂລວາກີ ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

        ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕີລາຄາສູງໝາກຜົນການພົບປະສົນທະນາລະຫວ່າງ ທ່ານ Robert Kaliňák, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ສະໂລວາກີ ແລະ ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ຢືນຢັນວ່າ ການຮ່ວມມືດ້ານປ້ອງກັນປະເທດລະຫວ່າງ 2 ປະເທດ ໄດ້ຮັບການຜັນຂະຫຍາຍບົນພື້ນຖານບົດບັນທຶກຊ່ວຍຈຳການຮ່ວມມືດ້ານປ້ອງກັນຊາດ ທີ່ໄດ້ລົງນາມໃນປີ 2015 ໄດ້ບັນລຸໝາກຜົນຕັ້ງໜ້າຫຼາຍຢ່າງ, ກາຍເປັນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນ 2 ຝ່າຍ. ທ່ານສະເໜີໃຫ້ 2 ຝ່າຍຍູ້ແຮງການຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດ, ບຳລຸງສ້າງທະຫານປະຊາຊົນ, ການຮັກສາສັນຕິພາບ… ເປີດກວ້າງການຮ່ວມມື ນຳເສດຖະກິດ ແລະ ວິທະຍາສາດໃຫ້ກາຍເປັນເສົາຄ້ຳສຳຄັນໃນການພົວພັນ 2 ຝ່າຍ, ຍູ້ແຮງການຮ່ວມມືດ້ານວັດທະນະທຳ, ການສຶກສາ, ການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນ.

        ສ່ວນທ່ານ Robert Kaliňák, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ສະໂລວາກີ ຢືນຢັນວ່າ ສະໂລວາກີ ພ້ອມແລ້ວທີ່ຈະຮ່ວມມືໃນຫຼາຍດ້ານກັບ ຫວຽດນາມ, ພິເສດແມ່ນໃນຂົງເຂດປ້ອງກັນຊາດ. ພ້ອມກັນນັ້ນ ກໍ່ປາດຖະໜາຢາກໃຫ້ 2 ຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາອົງການຈັດຕັ້ງສາກົນ ກໍຄືໃນຂອບເຂດການຮ່ວມມື ອາຊຽນ - ອີຢູ ເພື່ອຊຸກຍູ້ບັນດາຂໍ້ລິເລີ່ມຮ່ວມມືໃໝ່.


top