ຂ່າວສານ

ຊຸກຍູ້ການພັດທະນາຊົນເຜົ່າສ່ວນໜ້ອຍ - ບໍ່ປະໃຫ້ຜູ້ໃດຖືກຢູ່ທາງຫລັງ


ກອງ​ປະ​ຊຸມ​ສຳ​ມະ​ນາ “ຊຸກ​ຍູ້​ການ​ພັດ​ທະ​ນາ​ຊົນ
​ເຜົ່າ​ສ່ວນ​​ໜ້ອຍ - ບໍ່​ປະ​ໃຫ້​ຜູ້​ໃດ​ຖືກ​ຢູ່​ທາງ​ຫລັງ” 

      ກອງ​ປະ​ຊຸມ​ສຳ​ມະ​ນາ “ຊຸກ​ຍູ້​ການ​ພັດ​ທະ​ນາ​ຊົນ​ເຜົ່າ​ສ່ວນ​​ໜ້ອຍ - ບໍ່​ປະ​ໃຫ້​ຜູ້​ໃດ​ຖືກ​ຢູ່​ທາງ​ຫລັງ” ໂດຍ​ຄະ​ນະ​ກຳ​ມະ​ການ​ຊົ​ນ​ເຜົ່າ​ສົມ​ທົບ​ກັບອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ການ​ພັດ​ທະ​ນາ (UNDP) ປະ​ຈຳ ຫວຽດ​ນາມ ຈັດ​ຕັ້ງ​ໃນ​ວັນ​ທີ 26/04 ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ເລ​​ເຊີນຫາຍ ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່າ ໃຫ້​ຮູ້​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່າ​ກຳ​ນົດ​ບັນ​ດາໜ້າ​ທີ່​ຈຸດ​ສຸມ​ຄື: ສືບ​ຕໍ່​ສ້າງສຳ​ເລັດ​ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ, ຮັບ​ປະ​ກັນ​ໃຫ້​ບັນ​ດາ​ຊົນ​ເຜົ່າ​​ໃຫ້ມີ​ຄວາມສະ​ເໝີ​ພາບ, ເຄົາ​ລົບ, ສາ​ມັກ​ຄີ, ແກ້​ໄຂ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ຊົນ​ເຜົ່າ​ຢ່າງ​ກົມ​ກຽວ, ຊ່ວຍ​ກັນ​ພັດ​ທ​ະ​ນາ. ທ່ານ​ເລ​​ເຊີນຫາຍ ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຂອງ​ພັກ ແລະ ລັດ​ຖະ​ບານ, ພ້ອມ​ດ້ວຍ​ການ​ໜູນ​ຊ່ວຍ​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ການ​ພັດ​ທະ​ນາ (UNDP), ບັນ​ດາ​ຄູ່​ຮ່ວມ​ມື​ພັດ​ທະ​ນາ, ປະ​ຊາ​ຄົມ​ສາ​ກົນ, ບັນ​ດາເນື້ອ​ໃນ ມາດ​ຕະ​ການ​ພັດ​ທະ​ນາ​ຊົນ​ເຜົ່າ​ສ່ວນ​ໜ້ອຍຂອງ ຫວຽດ​ນາມ ຈະ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ບັນ​ລຸ​ປະ​ສິດ​ທິ​ຜົນ​ສູງ, ສ້າງ​ພື້ນ​ຖານ​ໝັ້ນ​ຄົງ ເພື່ອ​ປະ​ຕິ​ບັດ​ຄາດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ປະ​ກອບ​ສ່ວນ​ສຳ​ຄັນເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ສຳ​ລັບ​ພໍ່​ແມ່​ປະ​ຊາ​ຊົ​ນ​ບັນ​ດາ​ເຜົ່າ, ເຂດ​ຊົນ​ເຜົ່າ​ສ່ວນ​​ໜ້ອຍ ແລະ ເຂດ​ພູ​ດອຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. 
(ແຫຼ່ງຄັດຈາກ VOV)

top